ຫາລືການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນ ເອເຊຍ-ປາຊີຟິກ

ໃນລະຫວ່າງວັນທີ 23-27 ພຶດສະພາ 2022 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 78 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ຂອງອົງການສະຫະປະຊາຊາດ (ສປຊ) ປະຈໍາພາກພື້ນ ເອເຊຍ-ປາຊີຟິກ (UN-ESCAP) ທີ່ບາງກອກ, ຣາຊະອານາຈັກ ໄທ ພາຍໃຕ້ຫົວຂໍ້ “ວາລະຮ່ວມເພື່ອເລັ່ງລັດສູ່ການພັດທະນາແບບຍືນຍົງຢູ່ພາກພື້ນ ເອເຊຍ ແລະ ປາຊີຟິກ (A common agenda to advance sustainable development in Asia and the Pacific)”, ມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ, ປະເທດສັງເກດການ, ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ, ອົງຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລືການຮ່ວມມື ຂອງບັນດາປະເທດສະມາຊິກ ໃນຂອບວຽກງານການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນ ເອເຊຍ-ປາຊີຟິກ ແລະ ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງອົງການ ສປຊ ໃນພາກພື້ນ ເອເຊຍ ແລະ ປາຊີຟິກ, ລວມທັງການຈັດຕັ້ງປະຕິບັດບັນດາເອກະສານສໍາຄັນຕ່າງໆ ທີ່ໄດ້ຖືກຮັບຮອງໃນໄລຍະຜ່ານມາ ແນໃສ່ສ້າງການຮັບປະກັນການຈັດຕັ້ງປະຕິບັດ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ແລະ ບັນຫາອື່ນໆທີ່ປິ່ນອ້ອມການພັດທະນາແບບຍືນຍົງເຊັ່ນ: ການຮັບມືຕໍ່ຜົນກະທົບຂອງໄພທຳມະຊາດ, ບັນຫາພະລັງງານ, ການຄົມມະນາຄົມ-ຂົນສົ່ງ, ນະໂຍບາຍຕໍ່ກັບເສດຖະກິດມະຫາພາກ, ການລຶບລ້າງຄວາມທຸກຍາກ ແລະ ສະໜອງທຶນເພື່ອການພັດທະນາ, ການຄ້າ ແລະ ການລົງທຶນ, ເຕັກໂນໂລຊີ ແລະ ການສື່ສານ, ເຕັກນິກວິທະຍາສາດ ແລະ ນະວັດຕະກໍາ ລວມທັງຂໍ້ມູນ ແລະ ສະຖິຕິ.

ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ໃນນາມຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ຮັບກຽດຈາກຄະນະຈັດກອງປະຊຸມ ໃຫ້ເປັນປະທານໃນວາລະທີ 2 ຂອງກອງປະຊຸມໃນພາກອະພິປາຍທົ່ວໄປ ໃນຫົວຂໍ້: ກອງປະຊຸມໂຕະມົນລະດັບສູງທີ 1 ໃນຫົວຂໍ້: ການສ້າງຄວາມເຂັ້ມແຂງໃນການກຽມຄວາມພ້ອມ ແລະ ຕອບສະໜອງດ້ານສາທາລະນະສຸກ. ພ້ອມນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ກ່າວຄຳເຫັນຕໍ່ກອງປະຊຸມລະດັບສູງທີ 2 ໃນພາກອະພິປາຍ: ການຮັບປະກັນຕ່ອງໂສ້ການສະໜອງ ແລະ ການເຊື່ອມຈອດ ໂດຍໃນເນື້ອໃນບາງຕອນ, ທ່ານໄດ້ກ່າວຊົມເຊີຍຕໍ່ການສ້າງຕັ້ງ ອົງການ UN-ESCAP ຄົບຮອບ 75 ປີ ແລະ ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການຮ່ວມມືແບບຫລາຍຝ່າຍໃນຂອບ UN-ESCAP ເຊິ່ງເປັນກະແຈສໍາຄັນເຮັດໃຫ້ບັນດາປະເທດໃນຂົງເຂດ ເອເຊຍ -ປາຊິຟິກ ບັນລຸເປົ້າໝາຍສຳຄັນຕ່າງໆທີ່ຜ່ານມາ ແລະ ວາລະທີ່ສຳຄັນຂອງສາກົນໃນປັດຈຸບັນ ໂດຍສະເພາະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ, ການຮັບມື ແລະ ການຟື້ນຟູ ຈາກຜົນກະທົບຂອງການລະບາດພະຍາດ ໂຄວິດ-19, ການເຊື່ອມຈອດ ແລະ ເຊື່ອມໂຍງກັບບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ.

ພ້ອມກັນນີ້, ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ຍົກໃຫ້ເຫັນຜົນງານ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດວາລະ 2030 ຂອງສາກົນດັ່ງກ່າວ ຢູ່ ສປປ ລາວ ແລະ ຄວາມພະຍາຍາມຂອງ ສປປ ລາວ ໃນການນໍາພາປະເທດຫລຸດພົ້ນອອກຈາກສະພາບດ້ອຍພັດທະນາ ໃນປີ 2026 ຕາມການປະເມີນ ແລະ ຂໍ້ສະເໜີແນະຂອງ ອົງການ ສປຊ. ໃນໂອກາດນີ້, ທ່ານກໍໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ຊ່ວຍເຫລືອຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໃນໄລຍະຜ່ານມາ ແລະ ຫວັງວ່າການຮ່ວມມື ແລະ ຊ່ວຍເຫລືອດັ່ງກ່າວ ຈະຍັງຄົງສືບຕໍ່ໃນອະນາຄົດ. ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບປະເທດເພື່ອນມິດຕ່າງໆ, ເຂົ້າຮ່ວມ ແລະ ປະກອບຄໍາເຫັນຕໍ່ກອງປະຊຸມປິ່ນອ້ອມໃນຫົວຂໍ້ຕ່າງໆເຊັ່ນ: ວາລະພິເສດ ກ່ຽວກັບບັນດາ ບັນດາປະເທດດ້ອຍພັດທະນາ, ບັນດາປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ບັນດາປະເທດກຳລັງພັດທະນາທີ່ເປັນເກາະດອນ.

ໃນຕອນທ້າຍກອງປະຊຸມ, ປະເທດສະມາຊິກ ໄດ້ຮ່ວມກັນຮັບຮອງເອົາຖະແຫລງ ການ Bangkokdeclaration commemorating the 75th Anniversary of the United Nations Economic and Social commission for Asia and the Pacific: A common agenda to advance sustainable development in Asia and the Pacific ແລະ ຮ່າງຍັດຕິ ແລະ ມະຕິຂອງກອງປະຊຸມຈໍານວນ 14 ສະບັບ ຢ່າງເປັນເອກະສັນ.

ຄະນະກຳມາທິການ UNESCAP ແມ່ນອົງກອນດ້ານການພັດທະນາ ຂອງອົງການ ສປຊ ປະຈຳພາກພື້ນ ເອເຊຍ-ປາຊິຟິກ, ໄດ້ກໍ່ຕັ້ງຂຶ້ນໃນປີ 1947 ໂດຍມີສຳນັກງານໃຫຍ່ຕັ້ງຢູ່ບາງກອກ, ຣາຊະອານາຈັກ ໄທ, ປະກອບມີສະມາຊິກ 53 ປະເທດ ເຊິ່ງຄະນະກໍາມາທິການດັ່ງກ່າວ ມີພາລະບົດບາດໃນການສະໜອງການຊ່ວຍເຫລືອ ດ້ານເຕັກນິກ-ວິຊາການ ແລະ ການຍົກລະດັບບຸກຄະລາກອນຂອງ ບັນດາປະເທດສະມາຊິກ ໃນການແກ້ໄຂບັນຫາສິ່ງທ້າທາຍດ້ານການສ້າງນະໂຍບາຍເສດຖະກິດມະຫາພາກ, ການຄ້າ-ການລົງທຶນ, ນະວັດຕະກຳ, ພະລັງງານ, ການຂົນສົ່ງ, ສະຖິຕິ, ເຕັກໂນໂລຊີການສື່ສານ, ການພັດທະນາສັງຄົມ ແລະ ສິ່ງແວດລ້ອມ.

ກອງປະຊຸມປະຈຳປີ ຂອງຄະນະກໍາມາທິການ UNESCAP ຖືເປັນຂີດໝາຍອັນດີໃຫ້ແກ່ການເສີມຂະຫຍາຍການພົວພັນ ຮ່ວມມືແບບຫລາຍຝ່າຍຂອງບັນດາປະເທດໃນຂົງເຂດ ເອເຊຍ-ປາຊິຟິກ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ, ທັງເປັນໂອກາດອັນດີໃຫ້ແກ່ບັນດາປະເທດໃນພາກພື້ນ ເພື່ອແລກປ່ຽນບົດຮຽນ ແລະ ຮ່ວມມືກັນເພື່ອຈັດຕັ້ງປະຕິບັດວາລະຮ່ວມ ເພື່ອກ້າວສູ່ການພັດທະນາແບບຍືນຍົງຢູ່ພາກພື້ນ ເອເຊຍ ແລະ ປາຊີຟິກ.

ແຫຼ່ງຂໍ້ມູນ: ກະ​ຊວງ​ການ​ຕ່າງ​ປະ​ເທດ

error: Content is protected !!