ເຈົ້າໜ້າທີ່ ລົງກວດກາຜູ້ປະກອບການຂາຍນ້ຳມັນໃສ່ກະຕຸກໂດຍບໍ່ໄດ້ຮັບອະນຸຍາດ ຢູ່ໃນເມືອງ ໂພນໂຮງ

ໃນວັນທີ 23 ພຶດສະພາ 2022 ນີ້ ຫ້ອງການອຸດສາຫະກຳ-ການຄ້າ ເມືອງ ໂພນໂຮງ ນຳໂດຍ ທ່ານ ຈຳປາ ທອງ ແກ້ວິຈິດ ກຳມະການພັກເມືອງ ຫົວໜ້າ ຫ້ອງການອຸດສາຫະກຳ-ການຄ້າເມືອງ ໂດຍສົມທົບ ພາກສ່ວນກ່ຽວຂ້ອງຂອງເມືອງໄດ້ລົງຕິດຕາມ ກວດກາ ແລະ ສຶກສາອົບຮົມ ຜູ້ປະກອບການ ຂາຍນ້ຳມັນໃສ່ກະຕຸກ ທີ່ຈຳໜ່າຍຢູ່ແຄມທາງ ທີ່ບໍ່ໄດ້ຮັບອະນຸຍາດ.

ຊຶ່ງໃນການລົງເຄື່ອນໄຫວເຮັດວຽກພາກສ່ວນກ່ຽວຂ້ອງຄັ້ງນີ້ ກໍເພື່ອເປັນສະກັດກັ້ນ ຄວາມບໍ່ເປັນລະບຽບຂອງການຈຳໜ່າຍນ້ຳມັນ ທີ່ບໍ່ໄດ້ຮັບອະນຸຍາດ ພ້ອມທັງເປັນການປົກປ້ອງຄວາມອັນຕະລາຍ ຂອງການຈຳໜ່າຍນ້ຳມັນທີ່ຊະຊາຍ.

ໃນການລົງກວດກາຄັ້ງນີ້ ໄດ້ພົບເຫັນຜູ້ກະທຳຜິດ ມີ 8 ກໍລະນີ ລວມມີ 8 ຈຸດ ທີ່ພົບເຫັນການລະເມີດຕໍ່ລະບຽບການຄຸ້ມຄອງ ຊຶ່ງແຕ່ລະຈຸດ ພາກສ່ວນກ່ຽວຂ້ອງກໍ່ໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ ບໍ່ໃຫ້ຈຳໜ່າຍນ້ຳມັນ ຊຶ່ງການຈຳໜ່າຍດັ່ງກ່າວເປັນແບບຢ່າງບໍ່ທີ່ດີ ບໍ່ສອດຄອງລະບຽບການຄຸ້ມຄອງທີ່ວາງອອກ.

Use the search box at the top of this column to search for specific terms and subjects throughout the Savannah Arsenal pages and blog entries that you might be interested in researching. The total revenue of the PC gaming hardware industry in is expected to reach. Irrespective of that, as Bob says, the CM3s are great little mics and I've used them both as main pairs and as spots
error: Content is protected !!