
ຜູ້ຄ້າຂາຍ ແລະ ຂົນສົ່ງຢາເສບຕິດ ຖິ້ມລົດພ້ອມຢາໄອສ໌ 40 ຫໍ່ ແລະ ຢາບ້າ ໄວ້ໃຫ້ເຈົ້າຫນ້າທີ່ ສ່ວນຜູ້ຄ້າຂາຍຫລົບຫນີເຂົ້າປ່າ.
ໃນວັນທີ 21 ພຶດສະພາ 2022 ເຈົ້າຫນ້າທີ່ ປກສ ແຂວງ ຫົວພັນ ໄດ້ຕັ້ງຈຸດກວດກາຕາມເສັ້ນທາງວຽງຈັນ-ຊຳເຫນືອ, ໃນຂະນະນັ້ນ ໄດ້ມີລົດກະບະຣິໂວ້ ອສ 5699 ກຳແພງ ນະຄອນ ຂັບຂີ່ມາແຕ່ທາງ ນະຄອນຫລວງວຽງຈັນ ເຈົ້າຫນ້າທີ່ຈິ່ງສັນຍານ ໃຫ້ຢຸດເພື່ອກວດກາ, ແຕ່ຜຸ້ຂັບຂີ່ໄດ້ຂັບລົກຜ່າດ່ານກວດ ເຈົ້າຫນ້າທີ່ຈິ່ງໄດ້ໄລ່ຕາມ ປະມານ 800 ເເມັດ ເຫັນລົດຄັນດັ່ງກ່າວຈອດຖິ້ມຢູ່ແຄມທາງ ແຕ່ຜູ້ຂັບຂີ່ເອົາຕົວຫລົບຫນີ.
ຈາກນັ້ນ ເຈົ້າຫນ້າທີ່ຈິ່ງນຳເອົາລົດຄັນດັ່ງກ່າວ ມາຮັກສາໄວ້ ມື້ຕໍ່ຫນ້າສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາລົດ ພົບເຫັນຢາໄອສ໌ 40 ຫໍ່ ແລະ ຢາບ້າ 4 ມັດ ມີ 8,000 ເມັດ ຊຸກເຊື່ອງໄວ້ໃນລົດ. ຕໍ່ກັບຄະດີນີ້ ເຈົ້າຫນ້າທີ່ກຳລັງໄລ່ຊອກ-ໄລ່ຈັບ ຜູ້ບົ່ງການມາດຳເນີນຄະດີ.

