ນະຄອນຫລວງວຽງຈັນເປີດຂະບວນການປູກໄມ້ ແລະງານຕະຫລາດນັດເບັ້ຍໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຢ່າງເປັນທາງການໃນຕອນເຊົ້າ ວັນທີ 25 ພຶດສະພາ 2022 ທີ່ຕະຫລາດອິນຊີ ພະແນກກະສິກຳ ແລະປ່າໄມ້ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ທ່ານ ບຸນເພັງ ສີນະວົງພອນ, ເຈົ້າເມືອງໆໄຊເສດຖາ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງການຈັດງານໃນຄັ້ງນີ້ນອກຈາກປູກຕົ້ນດອກຄູນຈໍານວນ 100 ກວ່າຕົ້ນລຽບຕາມເສັ້ນທາງບ້ານໜອງໄຮຫາບ້ານດົງຄໍາຊ້າງສອງຟາກທາງໄລຍະ 1 ກິໂລແມັດແລ້ວ ຍັງມີການວາງສະແດງ ແລະຈໍາໜ່າຍເບັ້ຍໄມ້ຊະນິດຕ່າງໆ 30 ກວ່າຮ້ານ ເປັນຕົ້ນໄມ້ພັນພື້ນເມືອງ, ໄມ້ອຸດສະຫະກຳ, ໄມ້ກິນໝາກ, ໄມ້ປະດັບ ແລະອື່ນໆ ຫລາຍກວ່າ 2 ແສນເບັ້ຍ ຢູ່ຕະຫລາດອິນຊີ ເພື່ອໃຫ້ປະຊາຊົນກໍ່ຄືສັງຄົມທີ່ມີຄວາມສົນໃຈນໍາໄປປູກໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນາປີນີ້ ໃຫ້ໄດ້ 2 ຕົ້ນຕໍ່ຄົນຕໍ່ປີ ແນໃສ່ປະຕິບັດຕາມນະໂຍບາຍຂອງອົງຄະນະພັກນະຄອນຫລວງວຽງຈັນວາງອອກ ເພື່ອສ້າງໃຫ້ນະຄອນຫລວງວຽງຈັນ ເປັນນະຄອນສີຂຽວ ສ້າງຄວາມປະທັບໃຈ ແລະໜ້າຢູ່ຂອງໝົດທຸກຄົນ.
ສໍາລັບງານຕະຫລາດນັດເບັ້ຍໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຈະດຳເນີນໄປຮອດວັນທີ 5 ມິຖຸນາ 2022 ຈີ່ງສໍາເລັດ.



