ສະພາແຫ່ງຊາດ (ສພຊ) ຈັດຝຶກອົບຮົມວຽກງານກວດກາພັກ-ລັດ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ແກ່ຄະນະກວດກາຮາກຖານພັກ ໃນວັນທີ 25 ພຶດສະພາ 2022 ໂດຍມີ ທ່ານ ສຸບັນ ສະວະບຸດ ຮອງປະທານກວດກາພັກ-ລັດ ສະພາແຫ່ງຊາດ, ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ທ່ານ ດາວບົວລະພາ ບາວົງເພັດ ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເພື່ອຮັບຟັງການບັນຍາຍ ຄວາມຮູ້ພື້ນຖານກ່ຽວກັບ ວຽກງານກວດກາພັກ-ລັດ ແລະ ວຽກງານຕ້ານການສໍ້ລາດບັງຫລວງ ແນໃສ່ຍົກລະດັບຄວາມຮູ້ ແລະ ສ້າງຄວາມເຂັ້ມແຂງ ໃຫ້ບັນດາຄະນະກວດກາແຕ່ລະຂັ້ນ ພາຍໃນອົງຄະນະພັກສະພາແຫ່ງຊາດ ໄດ້ຮັບຮູ້ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ເກີດມີປະສິດທິພາບ ແລະ ປະສິດທິຜົນ.

ທ່ານ ສຸບັນ ສະວະບຸດ ໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມວຽກງານກວດກາພັກ-ລັດ ແລະ ຕ້ານການສໍ້ລາດບັງຫລວງ ຈັດຂຶ້ນເປັນຄັ້ງເທື່ອທໍາອິດ ນັບຕັ້ງແຕ່ກອງປະຊຸມອົງຄະນະພັກສະພາແຫ່ງຊາດ ຄັ້ງທີ IV ໄດ້ສໍາເລັດລົງ, ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ບ່ອນໃດມີການກວດກາ ສະແດງວ່າບ່ອນນັ້ນມີການນໍາພາ, ບ່ອນໃດບໍ່ມີການກວດກາ ບ່ອນນັ້ນກໍບໍ່ມີການນໍາພາ ເຊິ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກຳນົດວ່າ“ເພີ່ມທະວີການຕິດຕາມ, ກວດກາ ແລະ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນພັກ” ສິ່ງນີ້ຢັ້ງຢືນແລ້ວວ່າ ພັກໄດ້ຖືເອົາວຽກງານດັ່ງກ່າວ ເປັນເຄື່ອງມື ເພື່ອປັບປຸງຄຸນນະພາບການນຳພາ-ຊີ້ນຳ ຂອງພັກ. ສະນັ້ນ, ຄະນະພັກຂອງສະພາແຫ່ງຊາດ ຈຶ່ງຖືວຽກງານກວດກາພັກ-ລັດ ແມ່ນວຽກງານທີ່ສໍາຄັນ ເພື່ອຮັບປະກັນແກ່ການນຳພາຂອງຕົນ ໃນທຸກຂົງເຂດວຽກງານ ພາຍໃນສະພາແຫ່ງຊາດ.
The destination is clear and others must be willing to start the journey with but one step …. Subsequent kings supported the university, with King James V of Scotland "confirming privileges of the university" in.