ຄົນລາວເສຍຊີວິດ ຍ້ອນພະຍາດທີ່ເກີດຈາກການສູບຢາ ປະມານ 7,000 ຄົນຕໍ່ປີ

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ ໃນວັນທີ 23 ພຶດສະພາ 2022 ເນື່ອງໃນໂອກາດວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ ວັນທີ 31 ພຶດສະພາ ທີ່ຈະມາເຖິງນີ້ວ່າ: ໃນບົດລາຍງານວຽກງານຄວບຄຸມຢາສູບ ຂອງສະມາພັນຄວບຄຸມຢາສູບ ອາຊຽນ ປີ 2021 ເຫັນວ່າ ຄົນລາວເສຍຊີວິດ ຍ້ອນພະຍາດທີ່ເກີດຈາກການສູບຢາ ປະມານ 7,000 ຄົນຕໍ່ປີ ຫລື 19 ຄົນຕໍ່ມື້ ເຊິ່ງຖືວ່າເປັນຕົວເລກທີ່ສູງ ແລະ ໜ້າຕົກໃຈ, ພ້ອມນັ້ນ ຄ່າໃຊ້ຈ່າຍທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາ ໃນລະດັບຊາດ ແມ່ນ 428 ລ້ານໂດລາ ຫລື ປະມານ 2.24% ຂອງຈີດີພີ.

ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ທຸກໆປີ ກະຊວງສາທາລະນະສຸກ ແລະ ຄະນະກໍາມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ຮ່ວມກັບອົງການອະນາໄມໂລກ, ສະມາພັນຄວບຄຸມຢາສູບອາຊຽນ ແລະ ປະຊາຊົນລາວໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັນສະເຫລີມສະຫລອງວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ ເພື່ອເປັນການສື່ໃຫ້ເຫັນຜົນກະທົບທີ່ເກີດຈາກຢາສູບຕໍ່ສຸຂະພາບ ສັງຄົມ ແລະ ເສດຖະກິດ ເຊິ່ງຫົວຂໍ້ປີນີ້ແມ່ນ “ຢາສູບສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ, ຢາສູບ ເປັນໄພຄຸກຄາມຕໍ່ສິ່ງແວດ ລ້ອມ ລວມເຖິງການຕັດໄມ້ທໍາລາຍປ່າເພື່ອປູກຢາສູບ”. ການເຮັດສວນຢາສູບຍັງທໍາລາຍສານອາຫານໃນດິນ ແລະ ຍັງສ້າງມົນລະພິດຫລາຍ ເນື່ອງຈາກການໃຊ້ຢາຂ້າແມງໄມ້ ແລະ ປຸຍເຄມີ ເປັນຈໍານວນຫລວງຫລາຍ, ການບົ່ມໃບຢາສູບຍັງຕ້ອງໃຊ້ຟືນ ເຊິ່ງເປັນການທໍາລາຍທໍາມະຊາດເຊັ່ນກັນ. ນອກນີ້, ຫລັກຖານທາງດ້ານວິທະຍາສາດຢັ້ງຢືນວ່າ ບໍ່ມີລະດັບໃດຂອງການໄດ້ຮັບຄວັນຢາສູບ ມີຄວາມປອດໄພ, ຄວັນຢາສູບເປັນໜຶ່ງໃນມົນລະພິດທາງອາກາດທີ່ສົ່ງຜົນກະທົບຮ້າຍແຮງຕໍ່ທັງຜູ້ສູບ ແລະ ຜູ້ໄດ້ຮັບຄວັນຢາສູບມືສອງ ມີແຕ່ເຮັດໃຫ້ສະພາບແວດລ້ອມປອດຄວັນຢາສູບ 100% ເທົ່ານັ້ນ ຈຶ່ງມີຄວາມປອດໄພ, ພ້ອມກັນນີ້, ຢາສູບເຮັດໃຫ້ຄົນທົ່ວໂລກເສຍຊີວິດປະມານ 8 ລ້ານຄົນຕໍ່ປີ ຖ້າບໍ່ມີມາດຕະການທີ່ເຄັ່ງຄັດ ຄາດວ່າຜູ້ເສຍຊີວິດຈະເພີ່ມຂຶ້ນເປັນ 1 ຕື້ຄົນ ພາຍໃນສະຕະວັດນີ້.

ສໍາລັບ ສປປ ລາວ ອີງຕາມການສໍາຫລວດແຫ່ງຊາດກ່ຽວກັບ ການສູບຢາໃນກຸ່ມຄົນອາຍຸ 15 ປີຂຶ້ນໄປ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນຈາກ 25.5% ໃນປີ 2012 ເປັນ 27.9% ໃນປີ 2015. ນອກນີ້, ການສໍາຫລວດກ່ຽວກັບການສູບຢາຂອງໄວໜຸ່ມລາວ ກຸ່ມອາຍຸ 13-15 ປີ ໃນປີ 2016 ພົບວ່າໄວໜຸ່ມຊາຍ 10,7% ແລະ ຍິງ 2.1% ສູບຢາສູບຈາກໂຮງງານ ແລະ ສູບຢາສູບໄຟຟ້າ 5% ແລະ 3.7% ຕາມລໍາດັບ.

ທ່ານ ດຣ ບຸນແຝງ ໄດ້ກ່າວຕື່ມວ່າ: ຕໍ່ກັບບັນຫາດັ່ງກ່າວ, ກະຊວງສາທາລະນະສຸກ ຈຶ່ງໄດ້ປັບປຸງກົດໝາຍວ່າດ້ວຍການຄຸມຢາສູບ ເພື່ອໃຫ້ມີເນື້ອໃນຮັດກຸມ ແລະ ສອດ ຄ່ອງກັບສະພາບການປ່ຽນແປງກ່ຽວກັບການຜະລິດ, ການນໍາເຂົ້າ ແລະ ການຊື້-ຂາຍ ຜະ ລິດຕະພັນຢາສູບ ແລະ ສະພາບຄວາມເປັນຈິງໃນປັດຈຸບັນ ໃຫ້ອົງການທີ່ຮັບຜິດຊອບວຽກງານຄວບຄຸມຢາສູບ ກໍຄື ຂະແໜງການສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ ສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບໄດ້ຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດ ປະສົງຄາດໝາຍທີ່ວາງໄວ້, ທັງຮັບປະກັນການຫລຸດຜ່ອນການສູບຢາ ຂອງປະຊາຊົນບັນດາເຜົ່າ, ຫລຸດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນຈາກການຊົມໃຊ້ຢາສູບ ສົ່ງເສີມໃຫ້ພົນລະເມືອງທຸກຄົນໃຫ້ມີສຸຂະພາບແຂງແຮງ ມີອາຍຸຍືນຍາວ ແລະ ປະຕິບັດຕາມຂໍ້ແນະນໍາຂອງສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບທີ່ ສປປ ລາວ ເປັນພາຄີ.

ຂໍ້ມູນຈາກ: ຂປລ

error: Content is protected !!