
ກ່ຽວກັບການອອກໃບຢັ້ງຢືນການຮັບວັກຊີນ ສັກຢາກັນພະຍາດ ( Certificate of Vaccinations ) ຊົ່ວຄາວໃຫ້ຜູ້ທີ່ມີຈຸດປະສົງ ເດິນທາງໄປຕ່າງປະເທດ; ອີງຕາມ ການເຫັນດີຂອງຄະນະພະແນກສາທາລະນະສຸກ ນະຄອນຫຼວງ ວຽງຈັນ ຄັ້ງວັນທີ 20 ພຶດສະພາ 2022.
ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ຂໍແຈ້ງມາຍັງບຸກຄົນ, ນິຕິບຸກຄົນ ແລະ ຊາວຕ່າງດ້າວ ທີ່ຢູ່ໃນ ນະຄອນຫຼວງວຽງຈັນ ມີຈຸດປະສົງເດີນທາງໄປຕ່າງປະເທດ ທີ່ຕ້ອງການອອກໃບຢັ້ງຢືນສັກວັກຊີນ ໂຄວິດ -19 ( Certificate of Vaccinations ) ຢູ່ໃນນະຄອນຫຼວງ ວຽງຈັນ ໄດ້ກໍານົດດັ່ງນີ້:

1. ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ຊາວຕ່າງດ້າວ ທີ່ມີຈຸດປະສົງເດີນທາງໄປຕ່າງປະເທດ ປະກອບແບບ ຟອມ
ໃບຢັ້ງຢືນສັກວັກຊິນ ໂຄວິດ-19 ( Certificate of Vaccinations ) ດ້ວຍຕົນເອງ.
2. ໃຫ້ຍື່ນເອກະສານ ຂໍໃບຢັ້ງຢືນ ສັກວັກຊິນ ໂຄວິດ-19 ( Certificate of Vaccinations ) ໂດຍຕິດຂັດ
ບັດຂຽວ ແລະ ກອບປີ້ ພາດສະປອດ (Passport )ໃນວັນຈັນ, ພຸດ ແລະ ວັນສຸກ ຢູ່ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ.
3. ກໍານົດມື້ມາຮັບໃບຢັ້ງຢືນ ໂຄວິດ-19 ( Certificate of Vaccinations ) ໃນວັນອັງຄານ, ວັນພະຫັດ.
ແລະ ວັນເສົາ ຢູ່ພະແນກສາທາລະນະສຸກ ນະຄອນຫຼວງ ວຽງຈັນ.
4. ເລີ່ມໃຫ້ບໍລິການອກເອກະສານ ຢູ່ພະແນກສາທາລະນະສຸກ ນະຄອນຫຼວງ ວຽງຈັນ ໃນວັນອັງຄານ ວັນທີ 24 ພຶດສະພາ 2012 ເປັນຕົ້ນໄປ.

