ກຽມພ້ອມຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ປີ 2022

ວັນທີ 23 ພຶດສະພາ 2022 ນີ້, ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ໄດ້ອອກແຈ້ງການແນະນຳ ມາຍັງບັນດາຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ນະຄອນຫລວງ, ບັນດາຮອງປະທານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກຽມຄວາມພ້ອມຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ປີ 2022 ດັ່ງນີ້:

ໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນສູນກາງແຕ່ລະຂັ້ນ (ສູນກາງຮອດທ້ອງຖິ່ນ) ໂດຍສະເພາະເມືອງທີ່ມີຄວາມສ່ຽງທີ່ອາດຈະເກີດໄພພິບັດ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ ກຽມຄວາມພ້ອມຕອບໂຕ້ໄພພິບັດທີ່ອາດຈະເກີດຂື້ນ ໃນໄລຍະລະດູຝົນ 2022 ນີ້ ໂດຍສະ ເພາະ ການກະກຽມຮັບມືກັບໄພນ້ຳຖ້ວມ, ນ້ຳປ່າໄຫລຊຸ, ລົມພະຍຸ, ພະຍາດໄຂ້ຍຸງ, ສັດຕູພືດ, ພະຍາດຕາມລະດູການ, ອື່ນໆ ໂດຍໃຫ້ສ້າງ ແລະ ທົບທວນຄືນແຜນກຽມພ້ອມຕອບໂຕ້ໄພພິບັດປະຈຳປີຂອງຕົນ, ກຳນົດບັນດາມາດຕະການປ້ອງກັນ, ການຄວບຄຸມ(ການຕອບໂຕ້ສຸກເສີນ) ແລະ ການຟື້ນຟູຄືນຫລັງໄພພິບັດ, ກຳນົດລະອຽດແຜນວຽກ, ແຜນເງິນ, ແຜນຄົນ ລວມທັງກຽມຄວາມພ້ອມດ້ານທະຫານ ແລະ ວັດຖຸ-ອຸປະກອນໃຫ້ສາມາດນຳໃຊ້ເຂົ້າໃນການຕອບໂຕ້ສຸກເສີນທັນກັບສະພາບການ; ໃຫ້ຄະນະກຳມະການຄຸ້ມຄອງໄພພິ ບັດ ຂັ້ນທ້ອງຖິ່ນ, ແຂວງ-ນະຄອນຫລວງ ແລະ ເມືອງ ລົງຮອດບ້ານ ສ້າງແຜນຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ແຜນກຽມຄວາມພ້ອມສຸກເສີນໃນຂະແໜງການຂອງຕົນ ພ້ອມທັງຈັດຕັ້ງຂະບວນການຝຶກຊ້ອມຕາມສະພາບເງື່ອນໄຂຕົວຈິງ; ໃຫ້ຕິດຕາມສະ ພາບດິນຟ້າອາກາດ ແລະ ການເຕືອນໄພ ຈາກພາກສ່ວນກ່ຽວຂ້ອງເປັນຕົ້ນ ຂໍ້ມູນແຈ້ງຂ່າວເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອປະຕິບັດມາດຕະການໃນການປ້ອງກັນ ແລະ ຄວບຄຸມຕອບໂຕ້ສຸກເສີນ ໃນເວລາມີໄພພິບັດເກີດຂຶ້ນ ໂດຍສະເພາະປະຕິ ບັດທັນທີ່ ພ້ອມທັງແຈ້ງຂ່າວເຕືອນໄພ ແລະ ໃຫ້ຄຳແນະນຳແກ່ຊຸມຊົນ ແລະ ປະຊາຊົນ ໃນເຂດທີ່ຈະໄດ້ຮັບຜົນກະທົບດັ່ງກ່າວ.

ພ້ອມທັງໃຫ້ເພີ່ມທະວີຂອດປະສານງານ ແລະ ການຮ່ວມເຮັດວຽກຢ່າງໃກ້ຊິດ ລະ ຫວ່າງ ບັນດາກະຊວງທີ່ກ່ຽວຂ້ອງ ລວມທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ກ່ຽວກັບການເຄື່ອນໄຫວວຽກງານຄຸ້ມຄອງໄພພິບັດ ທັງໄລຍະປົກກະຕິ, ສຸກເສີນ ແລະ ການແກ້ໄຂຟື້ນຟູຫລັງໄພພິບັດ ໂດຍຖືເອົາກົນໄກການປະສານງານ ແລະ ການລາຍງານຜ່ານກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດ; ໃຫ້ຄະນະກະມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ ເພີ່ມທະວີ ສ້າງຈິດສຳນຶກໃຫ້ແກ່ຊຸມຊົນໃນເຂດທ້ອງຖິ່ນຕົນ ກ່ຽວກັບການໂຄສະນາ ແລະ ສ້າງຄວາມເຂົ້າໃຈໃນວຽກງານຄຸ້ມຄອງໄພ ພິບັດ ແລະ ຜົນຮ້າຍຂອງເຫດການໄພພິບັດທີ່ອາດຈະເກີດຂຶ້ນດ້ວຍຫລາຍຮູບການ; ໃຫ້ຕິດຕາມສະພາບເຫດການໄພພິບັດທີ່ອາດຈະເກີດຂຶ້ນ ແລະ ສັງລວມຂໍ້ມູນໄພພິບັດ ໃນໄລຍະລະດູຝົນທີ່ຈະມາເຖິງນີ້ ຢ່າງເອົາໃຈໃສ່ ໂດຍມີການລາຍງານຂໍ້ມູນ ແລະ ການຄາດຄະເນ, ການປະເມີນຜົນຂອງຄວາມເສຍຫາຍຢ່າງຮີບດ່ວນ ເພື່ອລາຍງານໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດແຕ່ລະຂັ້ນຮັບຊາບ ໃນການຊີ້ນຳ ແລະ ແກ້ໄຂໃຫ້ທັນກັບສະພາບການ ກໍລະນີເກີດເຫດສຸກເສີນ.

ຂໍ້ມູນຂ່າວ: ສຸກສະຫວັດ

error: Content is protected !!