ທັບນັກກິລາລາວ ສາມາດຍາດໄດ້ 42 ຫລຽນ ໃນມະຫາກໍາກິລາ ຊີເກມ ຄັ້ງທີ 31

ໃນມະຫະກໍາກິລາຊີເກມ ຄັ້ງທີ 31 ຈັດຂຶ້ນທີ່ ສສ ຫວຽດນາມ, ທັບນັກກິລາລາວສາມາດຍາດມາໄດ້ 42 ຫລຽນ ໃນນັ້ນຫລຽນຄໍາ 2 ຫລຽນ, ຫລຽນເງິນ 7 ຫລຽນ ແລະ ຫລຽນທອງ 33 ຫລຽນ.

ສໍາລັບ ຫລຽນຄໍາ ແມ່ນໄດ້ຈາກກິລາ ໂວວີນາມ ປະເພດຟ້ອນດາບຄູ່ຍິງ ນາງ ພິກສະໄໝ ອິນສຸມັງ ແລະ ນາງ ມາລາ ຈັນທະລັກສາ ແລະ ປະເພດຟ້ອນດ່ຽວຊາຍ (ກະບອງ) ທ້າວ ໄພລັດ ທຳມະວົງສາ. ສ່ວນ ຫລຽນເງິນ 7 ຫລຽນ ໄດ້ຈາກນັກກິລາໂວວີນາມ ປະເພດຕໍ່ສູ້ຮຸ່ນນໍ້າໜັກ 60 ກິໂລ, ນັກກິລາກາຣາເຕໂດ ຮຸ່ນນໍ້າໜັກ 84 ກິໂລ, ກິລາເປຕັງ ຊຸດຕີ້ງຍິງ, ທີມຊຸດປະສົມ ຍິງ 2 ຊາຍ 1, ກິລາຢູໂດ ຄູ່ຍິງ, ກິລາກະຕໍ້ ຄູ່ຍິງ ແລະ ຢູໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 60 ກິໂລ.

ສ່ວນ 33 ຫລຽນທອງ ແມ່ນໄດ້ຈາກ ເປຕັງ ປະເພດທີມຄູ່ຍິງ, ເປຕັງ ປະເພດທີມຄູ່ຊາຍ, ເປຕັງ ປະເພດທີມຊຸດຍິງ, ເປຕັງປະເພດທີມຊຸດຊາຍ, ຄິກບ໋ອກຊິ້ງ ປະເພດຕໍ່ສູ້ຮຸ່ນນໍ້າໜັກ 60 ກິໂລ, ຄິກ ບ໋ອກຊິ້ງ ປະເພດຕໍ່ສູ້ຮຸ່ນນໍ້າໜັກ 57 ກິໂລ, ວູຊູ ປະເພດຕໍ່ສູ້ ຮຸ່ນນໍ້າໜັກ 60 ກິໂລ, ວູຊູ ປະເພດຕໍ່ສູ້ ຮຸ່ນນໍ້າໜັກ 56 ກິໂລ, ວູຊູ ປະເພດຕໍ່ສູ້ ຮຸ່ນນໍ້າໜັກ 65 ກິໂລ, ປັນຈັກສີລັດ ຟ້ອນມີອາວຸດ, ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 60-65 ກິໂລ, ປັນຈັກສີລັດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ -60 ກິໂລ, ເພາະກາຍ, ເທຄວັນໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 58 ກິໂລ, ເທຄວັນໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 73 ກິໂລ, ເທຄວັນໂດ ປະເພດປຸມເຊ ທີມຍິງ, ເທຄວັນໂດ ປະເພດປຸມເຊ ທີມປະສົມ. ນອກນີ້, ຍັງມີຢູໂດຟ້ອນກາຕາຄູ່ຊາຍ, ມວຍປໍ້າ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 76 ກິໂລ, ມວຍປໍ້າ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 125 ກິໂລ, ໂວວີນາມ ຟ້ອນທີມປະສົມມີອາວຸດ, ໂວວີນາມ ຄູ່ຍິງບໍ່ມີອາວຸດຍິງ, ຢູໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ -55 ກິໂລ, ມວຍສາກົນ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 60 ກິໂລ, ຍິງປືນ ປະເພດທານິ້ງ ທາເກັດ ທີມຍິງ ແລະ ເທັນນິສ ປະເພດດ່ຽວຊາຍ.

ແຫຼ່ງຂໍ້ມູນຈາກ: ຂປລ

The city leaders were willing to surrender in order to preserve the town, and the city and the fort were retaken without firing a shot. Beginning in the s, Les Rita Mitsouko became very popular throughout Europe with their unique blending of punk, new wave, dance and cabaret elements.
error: Content is protected !!