3 ເດືອນຕົ້ນປີຜ່ານມາ ດ່ານສາກົນ ນາເພົ້າ ເກັບລາຍຮັບໄດ້ພຽງ 14 ຕື້ກວ່າກີບ

ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ປີ 2022 ດ່ານສາກົນນາເພົ້າ ໄດ້ຮັບຕົວເລກເກັບລາຍຮັບຈຳນວນທັງໝົດ 184.7 ຕື້ກີບ, ເພີ່ມຂຶ້ນ 91.4 ຕື້ກີບ ຖ້າທຽບໃສ່ປີຜ່ານມາ. ຜ່ານການຈັດຕັ້ງປະຕິ ບັດໄລຍະ 3 ເດືອນຕົ້ນປີ ສາມາດຈັດເກັບລາຍຮັບໄດ້ພຽງ 14.03 ຕື້ກີບ ເທົ່າກັບ 7.60% ຂອງແຜນການປີ ເຊິ່ງລາຍຮັບສ່ວນຫລາຍແມ່ນໄດ້ຈາກປະເພດນໍ້າມັນເຊື້ອໄຟ, ສິ້ນສ່ວນອາໄຫລ່, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ປະເພດສິນຄ້ານຳເຂົ້າເພື່ອສົ່ງອອກ ແລະ ຄ່າທຳນຽມຕ່າງໆ.

ສ່ວນສາເຫດທີ່ເຮັດໃຫ້ການເກັບລາຍຮັບບໍ່ບັນລຸຄາດໝາຍ ແມ່ນເນື່ອງມາຈາກການນຳເຂົ້າປະເພດສິນຄ້າ ມີລັກສະນະຫລຸດລົງ, ການນຳເຂົ້າ-ສົ່ງອອກ ຢູ່ປະເທດຕົ້ນທາງ-ປາຍທາງມີຄວາມຫຍຸ້ງຍາກ, ການປະຕິບັດມູນຄ່າແຈ້ງຕາມລາຄາຊື້-ຂາຍຕົວຈິງ ຍັງບໍ່ສາມາດຄຸ້ມຄອງໄດ້ຢ່າງມີປະສິດທິພາບ ລວມໄປເຖິງການກຳນົດວາງແຜນໃນການເກັບລາຍຮັບ ໃນແຕ່ລະໄລຍະ, ແຕ່ລະເດືອນ ບໍ່ເປັນໄປຕາມເປົ້າໝາຍທີ່ຄາດຄະເນໄວ້ ຍ້ອນການປ່ຽນແປງຂອງຜູ້ນຳເຂົ້າ-ສົ່ງອອກ ແລະ ສະພາບແວດລ້ອມອື່ນໆ.

ຢ່າງໃດກໍຕາມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເກັບລາຍຮັບ ບັນລຸຕາມລະດັບຄາດໝາຍ ດ່ານ ພາສີສາກົນນາເພົ້າ ໄດ້ວາງມາດຕະການ ແລະ ວຽກງານຈຸດສຸມໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນເພີ່ມທະວີການເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ອ້າຍນ້ອງພະນັກງານ, ຖືເອົາການເກັບລາຍຮັບ ເປັນໜ້າທີ່ການເມືອງຕົ້ນຕໍ ຕິດພັນການການເຄື່ອນໄຫວວຽກງານອື່ນໆ, ແບ່ງໜ້າທີ່ຄວາມຮັບ ຜິດຊອບໃຫ້ແກ່ພະນັກງານໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດຂອງແຕ່ລະບຸກຄົນ, ເພີ່ມທະວີການປະຕິບັດໜ້າທີ່ວຽກງານ ວິຊາສະເພາະໃຫ້ເຂັ້ມງວດ, ເອົາໃຈໃສ່ຄຸ້ມຄອງລາຍຮັບປະເພດສິນຄ້າທີ່ເປັນຕົ້ນຕໍ, ຕິດຕາມ, ຄຸ້ມຄອງສິນຄ້າ ທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ເພື່ອຫລີກລ້ຽງຊ່ອງຫວ່າງ ໃນການນຳໃຊ້ທີ່ບໍ່ຖືກເປົ້າໝາຍ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ກະທັດຮັດ, ສອດຄ່ອງຕາມລະບຽບກົດໝາຍ ຫລຸດຜ່ອນຂັ້ນຂອດທີ່ບໍ່ຈຳເປັນ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ-ສົ່ງອອກ ສິນຄ້າທີ່ຖືກກົດໝາຍ, ສືບຕໍ່ປະຕິບັດຕາມສຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງເຂັ້ມງວດ ລວມເຖິງການເພີ່ມທະວີປະສານສົມທົບ ກັບອຳນາດການປົກຄອງທ້ອງຖິ່ນ, ພະແນກການທີ່ກ່ຽວ ຂ້ອງ ເພື່ອສ້າງສິ່ງອຳນວຍຄວາມສະດວກ ໃນການປະຕິບັດວຽກງານວິຊາສະເພາະ ຢູ່ດ່ານພາສີສາກົນນາເພົ້າ ໃຫ້ມີຄວາມເຂັ້ມແຂງ.

ຂໍ້ມູນຂ່າວ: ກອງຄຳ

error: Content is protected !!