ເປີດໂຄງການ ຟື້ນຟູຈາກ ໂຄວິດ-19 ແລະ ການປ່ຽນແປງດິນຟ້າອາກາດ

ໃນວັນທີ 20 ພຶດສະພາ 2022 ທີ່ນະຄອນຫລວງວຽງຈັນ, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ(FAO) ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດສຳມະນາ ເພື່ອເປີດໂຄງການ ‘ຟື້ນຟູ ແລະ ສ້າງຄວາມທົນທານ ຕໍ່ການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຊຸກຍູ້ການປະຕິບັດງານ ທາງດ້ານການປ່ຽນແປງດິນຟ້າອາກາດ ໃນຂະແໜງກະສິກໍາ, ທີ່ດິນ ແລະ ຊັບພະຍາກອນນ້ຳ ຂອງ ສປປ ລາວ’ ໂດຍໄດ້ຮັບການສະໜັບສະໜູນ ຈາກກອງທຶນສີຂຽວດ້ານການປ່ຽນດິນຟ້າອາກາດສາກົນ ແລະ ໄດ້ຖືກຈັດຕັ້ງປະຕິບັດໂດຍກົມແຜນການ ແລະ ການເງິນ ຂອງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ໂຄງການນີ້ ເພື່ອແນໃສ່ຫລຸດຜ່ອນຜົນກະທົບຈາກພະຍາດ ໂຄວິດ-19 ແລະ ການປ່ຽນແປງດິນຟ້າອາກາດ ໂດຍການສ້າງຄວາມສາມາດ ໃນການປະສານງານກອງທຶນດິນຟ້າອາກາດ, ການເພີ່ມທະວີການຕິດຕາມກວດກາ, ການລາຍງານ ແລະ ການຢັ້ງຢືນ ດ້ານການເງິນດິນຟ້າອາກາດ ແລະ ການປະກອບສ່ວນເຂົ້າໃນການບັນລຸ ການປະກອບສ່ວນແຫ່ງຊາດທີ່ໄດ້ຖືກກໍານົດ ເພື່ອຫລຸດຜ່ອນການປ່ອຍອາຍພິດແຫ່ງຊາດ ແລະ ປັບຕົວເຂົ້າກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ພ້ອມທັງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ປີ 2021-2025 ແລະ ເປົ້າໝາຍຂອງການພັດທະນາແບບຍືນຍົງທ້ອງຖິ່ນ; ພັດທະນາແຜນການລົງທຶນຟື້ນຟູ ໂຄວິດ-19 ແບບຍືນຍົງ ແລະ ສີຂຽວ ໃຫ້ແກ່ຂະແໜງກະສິກໍາ, ປ່າໄມ້ ແລະ ການນຳໃຊ້ທີ່ດິນອື່ນໆ ທີ່ມີຄວາມສ່ຽງຕໍ່ດິນຟ້າອາກາດ ແລະ ຊຸກຍູ້ການປະຕິບັດງານ ທາງດ້ານການປ່ຽນແປງດິນຟ້າອາກາດ ເພື່ອສົ່ງເສີມການລົງທຶນ ພ້ອມດ້ວຍບົດບັນທຶກແນວຄວາມຄິດຂອງໂຄງການ/ແຜນງານ ເພື່ອແກ້ໄຂປັດໄຈອື່ນໆ.

ທ່ານ ພູວົງ ຫລວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ໂຄງການດັ່ງກ່າວເປັນໂຄງການທີ່ໄດ້ຮັບການອອກແບບ ເພື່ອເສີມສ້າງຄວາມສາມາດ ຂອງກະຊວງ ເຊິ່ງຄວາມສາມາດນີ້ ຈໍາເປັນສໍາລັບພະນັກງານຂອງລັດຖະບານ ບໍ່ພຽງແຕ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງລວມເຖິງກະຊວງຕ່າງໆທີ່ກ່ຽວຂ້ອງ ແລະ ພາກເອກະຊົນ ເພື່ອລະດົມຊັບພະຍາກອນ, ຄວາມຮູ້ ແລະ ນະວັດຕະກໍາທີ່ດີກວ່າ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງສ້າງສັນ ແລະ ມີປະສິດທິພາບ ໂດຍສະເພາະ ໃນຂົງເຂດກະສິກໍາ, ທີ່ດິນ ແລະ ນ້ຳ.

ທ່ານ ນາຊາຣ໌ ຮາຢັດ ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ໃຫ້ຂໍ້ສັງເກດວ່າ: ປະເທດລາວ ປະສົບກັບພາວະເສດຖະກິດຕົກຕໍ່າຢ່າງຮ້າຍແຮງ ເນື່ອງຈາກຜົນກະທົບຂອງໂຄວິດ-19 ເຊິ່ງສົ່ງຜົນໃຫ້ລາຄາສະບຽງອາຫານ, ນໍ້າມັນເຊື້ອໄຟ ແລະ ຝຸ່ນບົ່ມ ເພີ່ມຂຶ້ນຢ່າງຫລວງຫລາຍ, ພ້ອມກັບການສູນເສຍວຽກເຮັດງານທໍາຢ່າງກວ້າງຂວາງ ແລະ ການສົ່ງອອກພືດເສດຖະກິດກໍຫລຸດລົງ. ຂະແໜງກະສິກໍາເປັນຂະແໜງທີ່ໄດ້ຮັບຜົນກະທົບ ຢ່າງໜັກໜ່ວງທີ່ສຸດ ມັນຈຶ່ງມີຄວາມຈຳເປັນທີ່ຕ້ອງມີການດຳເນີນງານຢ່າງຮີບດ່ວນ ໃນການວາງແຜນຟື້ນຟູ ແລະ ຊຸກຍູ້ການປະຕິບັດງານ ທາງດ້ານການປ່ຽນແປງດິນຟ້າອາກາດ ເພື່ອສົ່ງເສີມການລົງທຶນ ແລະ ການເຄື່ອນໄຫວ ໃນຂະແໜງກະສິກຳ, ປ່າໄມ້ ແລະ ຂະແໜງການນຳໃຊ້ທີ່ດິນອື່ນໆ ເຊິ່ງເປັນບາດກ້າວທີ່ສຳຄັນໃນແຜນການນີ້.

error: Content is protected !!