
ທ້າວ ໄພລັດ ທຳມະວົງສາ ສະແດງປະເພດຟ້ອນດ່ຽວຊາຍມີອຸປະກອນ ຮອບຊີງຫຼຽນຄຳ ໃນຮ່າໂນ້ຍ ເກມ ເຮັດໃຫ້ປະຊາຊົນຊາວລາວ ບໍ່ຜິດຫວັງ ສາມາດຟ້ອນກະບອງຄູ່ໃຈ ຊະນະໃຈກຳມະການເທຄະແນນໃຫ້ລາວ 89. 89 ແລະ 90 ຄະແນນ ລວມ 268 ຄະແນນ ເປັນອັນດັບທີ 1 ໄດ້ຫຼຽນຄຳ ຫຼຽນທີ 2 ໃຫ້ທີມນັກກິລາ ລາວ ພ້ອມທັງເປັນການປ້ອງກັນແຊັມສະໄໝທິ 3 ຮ່າໂນ້ຍ ເກມ.
ສຳລັບລາຍການດັ່ງກ່າວ ມີ 6 ຊາດ ເຂົ້າຮ່ວມ ຜົນປະກົດວ່າ ອັນດັບທີ 1 ຫຼຽນຄຳ ລາວ ໄດ້ 268 ຄະແນນ, ທີ 2 ຫຼຽນເງິນ ມຽນມາ ໄດ້ 264 ຄະແນນ ແລະ ທີ 3 ຫຼຽນທອງຮ່ວມ ແມ່ນ ອິນໂດເນເຊຍ ແລະ ກຳປູເຈຍ ທີ່ໄດ້ຄະແນນເທົ່າກັນ 259 ຄະແນນ.


ຂໍ້ມູນຂ່າວ: ສົງການ ພັນແພງດີ