
ຕາມຂ່າວຈາກ ຊິນຮວາ ຂອງ ຈີນ,ວັນທີ 21 ພຶດສະພານີ້ ວ່າ, ສະຖານີໄຟຟ້າພະລັງງານນ້ຳ ໄປ໋ເຮີທານ(Baihetan) ທາງຕາເວັນຕົກສ່ຽງໃຕ້ຂອງ ຈີນ ເປີດເຜີຍວ່າ: ການກໍ່ສ້າງໜ່ວຍຜະລິດໄຟຟ້າທັງໝົດ ຂອງສະຖານີ ສຳເລັດແລ້ວ ຊຶ່ງນັບເປັນກ້າວສຳຄັນສູ່ການເປີດປະຕິບັດງານ ຢ່າງເຕັມຮູບແບບ ພາຍໃນທ້າຍປີນີ້ ຈະເຮັດໃຫ້ ໄປ໋ເຮີທານ ເປັນສະຖານີໄຟຟ້າພະລັງງານນ້ຳຂະໜາດໃຫຍ່ ອັນດັບ 2 ຂອງໂລກ ໃນດ້ານກຳລັງ ການຜະລິດຕິດຕັ້ງ ທັງໝົດ ແລະ ເປັນຮອງພຽງໂຄງການ ເຂື່ອນສາມຫລ່ຽມພູໃນແຂວງ ຫູເປີຍ ທາງພາກກາງ ຂອງ ຈີນ.

ສະຖານີໄຟຟ້າພະລັງງານນ້ຳດັ່ງກ່າວຕັ້ງຢູ່ເທິງ ແມ່ນ້ຳ ຈິນຊາ (Jinsha) ຊຶ່ງເປັນຢາງຊີ (Yangtze) ທາງຕາເວັນຕົກ ສ່ຽງໃຕ້ຂອງຈີນ ແລະ ຢູ່ບໍລິເວນຈຸດເຊື່ອມຕໍ່ລະຫວ່າງ ແຂວງ ວິນໜານ (ຢູນນານ) ແລະ ແຂວງ ຊື່ຊວນ (ເສສວນ) ໂດຍມີກຳລັງການຜະລິດ 1 ລ້ານກິໂລວັດ ຊຶ່ງນັບເປັນກຳລັງການຜະລິດໜ່ວຍດຽວ ຂະໜາດໃຫຍ່ທີ່ສຸດ ໃນໂລກ.
ສຳລັບໜ່ວຍຜະລິດໄຟຟ້າ 7 ໜ່ວຍຈາກ 16 ໜ່ວຍ ຖືກເປີດໃຊ້ງານແລ້ວ ໂດຍສະຖານີໄຟຟ້າພະລັງງານນ້ຳ ໄປ໋ເຮີທານ ຜະລິດໄຟຟ້າ ຫລາຍກວ່າ 2.65 ຕື້ ກິໂລວັດໂມງ ຕັ້ງແຕ່ເດືອນ ມິຖຸນາ ປີກາຍນີ້. ຂະນະທີ່ໄຟຟ້າ ທີ່ຜະລິດໂດຍໜ່ວຍຜະລິດໄຟຟ້າຂອງສະຖານີ 1 ໜ່ວຍ ພຽງພໍຕໍ່ການໃຊ້ງານ 1 ເດືອນ ສຳລັບປະຊາກອນ 500,000 ຄົນ.

ສະຖານີໄຟຟ້າພະລັງງານນ້ຳ ດັ່ງກ່າວ ຈະຜະລິດໄຟຟ້າ ສະເລ່ຍຫລາຍກວ່າ 6.24 ຕື້ກິໂລວັດໂມງຕໍ່ປີ ເມື່ອເປີດ ໃຊ້ງານຢ່າງເຕັມຮູບແບບຊຶ່ງພຽງພໍຕໍ່ການໃຊ້ງານຕໍ່ປີຂອງປະຊາກອນ ປະມານ 75 ລ້ານຄົນ. ນອກນີ້ ຍັງສາມາດ ຫລຸດຜ່ອນການໃຊ້ຖ່ານຫີນ 19.68 ລ້ານໂຕນຕໍ່ປີ ແລະ ຫລຸດການປ່ອຍ ຄາບອນ ໄດອອກໄຊ 52 ລ້ານໂຕນຕໍ່ປີ ຊຶ່ງຈະຊ່ວຍສົ່ງເສີມການລຸດການປ່ອຍ ຄາບອນ ໄດອອກໄຊ ຂອງ ຈີນ ເປັນຢ່າງດີ.