ສຳນັກຂ່າວAFP ລາຍງານໃນວັນທີ 21 ພຶດສະພາ ນີ້ ວ່າ, ອົງການອະນາໄມໂລກ (WHO) ຢືນຢັນ ພົບຜູ້ຕິດເຊື້ອພະຍາດ ຝີຕຸ່ມລີງ (monkeypox) ຫລາຍກວ່າ 80 ຄົນ ຢ່າງໜ້ອຍໃນ 12 ປະເທດ ໂດຍມີຜູ້ຕ້ອງສົງໄສ ຕິດເຊື້ອອີກ 50 ຄົນ ແລະ ຜູ້ຕິດເຊື້ອມີທ່າອ່ຽງເພີ່ມຂຶ້ນອີກ ກ່ອນໜ້ານີ້ີ້ ພົບຜູ້ຕິດເຊື້ອໃນຢູໂຣບ ຈຳນວນ 9 ປະເທດ ລວມທັງ ພົບໃນ ສ.ອາເມຣິກາ, ແຄນນາດາ ແລະ ອັອສເຕຣເລຍ.



