Sao La ຊຶ່ງເປັນສັດທີ່ພົບເຫັນຄັ້ງທໍາອິດໃນ ສສ ຫວຽດນາມ ເມື່ອປີ 1992 ຈົນມາຮອດປັດຈຸບັນ ກາຍເປັນສັດທີ່ຫາຍາກທີ່ສຸດໃນປະເທດດັ່ງກ່າວ ຖືກເລືອກໃຫ້ເປັນສັດນຳໂຊກ (mascot) ເປັນທາງການ ໃນງານມະຫະກຳກິລາ ຊີເກມ ຄັ້ງທີ 31 ຫຼື ຮ່າໂນ້ຍ ເກມ 2021 ຈັດຂຶ້ນລະຫວ່າງວັນທີ 12-23 ພຶດສະພາ 2022.

ຊາວ ລາ ຫຼື Sao La ໄດ້ຜະລິດເປັນຕຸກກະຕາສັດນຳໂຊກ ເພື່ອເປັນຂອງຂວັນໃຫ້ແກ່ນັກກິລາໃນຮ່າໂນ້ຍເກມເມື່ອໄດ້ຮັບຫຼຽນໄຊແຕ່ລະຫຼຽນເທົ່ານັ້ນ ແຕ່ຊາວຫວຽດນາມຍັງເຊື່ອວ່າສັດດັ່ງກ່າວ ຈະເປັນສັນຍາລັກແຫ່ງຄວາມໝັ້ນຄົງໃນທຸກຄອບຄົວ, ສາມາດເຊື່ອມໂຍງເຂົ້າກັບສະມາຊິກ, ບໍ່ພຽງແຕ່ຢູ່ຫວຽດ ນາມເທົ່ານັ້ນ ຫາກຍັງຢູ່ຕ່າງປະເທດນຳອີກ. ສິ່ງດັ່ງກ່າວໄດ້ປຸກລະດົມຈິດໃຈປົກປັກຮັກສາທຳມະຊາດ, ຈິດໃຈກິລາ, ຈິດໃຈຂອງ SEA Games ຂອງຊາວຫວຽດນາມອີກດ້ວຍ.

ໃນງານກິລາ ຮ່າໂນ້ຍ ເກມ 2021 ໄດ້ມີການຜະລິດໂຕມັດສະຄອດ Sao La ຈຳນວນທັງໝົດ 60.000 ໂຕ ເພື່ອມອບໃຫ້ແກ່ຄະນະນຳນັກກິລາ ແລະ ນັກກິລາ ພ້ອມທັງຂາຍໃຫ້ບັນດາມວນຊົນໃນຂົງເຂດອາຊຽນ ກໍຄື ປະຊາຊົນຊາວຫວຽດນາມ ເວົ້າສະເພາະໃນນະຄອນຫຼວງຮ່າໂນ້ຍ ແລະ 11 ແຂວງອ້ອມຂ້າງນະຄອນຫຼວງດັ່ງກ່າວອີກດ້ວຍ ແລະ ທາງຄະນະຈັດງານມະຫະກຳກິລາ ຊີເກມ ຄັ້ງທີ 31 ຍັງຢືນຢັນຕື່ມອີກວ່າ: ຈະເພີ່ມຈຳນວນໂຕ ມັດສະຄອດ Sao La ແລະ ເຄື່ອງທີ່ລະນຶກໃນງານກິລາຊີເກມຕື່ມອີກ ເພື່ອຕອບສະໜອງຄວາມຕ້ອງການ ໂດຍມີການວາງຂາຍຕາມລະບົບທີ່ໄດ້ຮັບອະນຸຍາດຈາກຄະນະຈັດການແຂ່ງຂັນ, ໃນນັ້ນ ກໍໄດ້ມີການຈຳໜ່າຍທາງລະບົບອອນລາຍ, ຢູ່ໃນເວັບໄຊທາງການຂອງຄະນະຈັດການແຂ່ງຂັນ; ຮ້ານຂາຍເຄື່ອງທີ່ລະນຶກຢູ່ບັນດາສະໜາມກິລາ ທີ່ນຳໃຊ້ເຂົ້າໃນການແຂ່ງຂັນກິລາ ຮ່າໂນ້ຍ ເກມ ແລະ ຮ້ານຂາຍເຄື່ອງທີ່ລະນຶກຢູ່ສະໜາມບິນອີກດ້ວຍ.

ຂໍ້ມູນຂ່າວ: ສົງການ ພັນແພງດີ