ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ດຶງດູດການລົງທຶນໄດ້ 260 ບໍລິສັດ

ມາຮອດປັດຈຸບັນ ເຂດພັດທະນາເສດຖະກິດພິເສດ ບໍ່ເຕ່ນ ແດນງາມ, ເມືອງ ຫລວງນ້ຳທາ, ແຂວງ ຫລວງນ້ຳທາ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນແລ້ວ 260 ບໍລິສັດ, ມີທຶນຈົດທະບຽນ 676.7 ຕື້ກວ່າກີບ, ເທົ່າກັບເງິນຢວນ 15 ຕື້ກວ່າຢວນ.

ທ່ານ ຄອນທອງ ເລື່ອງຄຳມາ ຫົວໜ້າຄຸ້ມຄອງເຂດພັດທະນາເສດຖະກິດພິເສດ ບໍ່ເຕ່ນແດນງາມ ໃຫ້ສຳພາດຕໍ່ນັກຂ່າວໃນວັນທີ 18 ພຶດສະພາ 2022 ວ່າ: ປັດຈຸບັນເຂດພັດທະນາເສດຖະກິດພິເສດບໍ່ເຕ່ນແດນງາມ ໄດ້ສຳເລັດການບຸກເບີກເນື້ອທີ່ດິນ, ປັບພື້ນທີ່ດິນພູໃຫ້ຮາບພຽງ ເພື່ອຮອງຮັບນັກລົງທຶນທີ່ມີຄວາມສົນໃຈເຂົ້າມາລົງທຶນໄດ້ 1,131 ເຮັກຕາ ແລະ ຈັດແບ່ງການນຳໃຊ້ຕອນດິນ ອອກເປັນ 3 ເຂດ ຄື: ເຂດເສດຖະກິດການຄ້າ ແລະ ການເງິນສາກົນ: ມີເນື້ອທີ່ 266 ເຮັກຕາ; ເຂດວັດທະນະທໍາ ແລະທ່ອງທ່ຽວ ກວມເອົາເຂດສາທາລະນະສຸກ, ເຂດການສຶກສາ ແລະ ອື່ນໆ ມີເນື້ອທີ່ລວມ 732.6 ເຮັກຕາ ແລະ ເຂດຄ່ຽນຖ່າຍສິນຄ້າ(ໂລຈິສຕິກ) ເຊິ່ງລວມທັງເຂດອຸດສາຫະກໍາປຸງແຕ່ງ ມີເນື້ອທີ່ລວມ 133 ເຮັກຕາ.

ໃນໂອກາດນີ້, ທ່ານ ຄອນທອງ ເລື່ອງຄຳມາ ໄດ້ເຊີນຊວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມີຈຸດປະສົງທີ່ຈະເຂົ້າມາທ່ຽວຊົມພາຍໃນເຂດ ແມ່ນສາມາດເດີນທາງມາໄດ້ ແຕ່ຕ້ອງໄດ້ມີການລົງທະບຽນກວດ ATK ເພື່ອຢັ້ງຢືນການກວດຫາເຊື້ອພະຍາດ ໂຄວິດ-19, ເມື່ອຜົນກວດເປັນລົບ ສາມາດເຂົ້າມາທ່ອງທ່ຽວ ແລະ ຢ້ຽມຊົມພາຍໃນເຂດ ເຊິ່ງຈະມີເຈົ້າໜ້າທີ່ ປກສ ເຂດ ແລະ ພະນັກງານຮັກສາຄວາມປອດໄພ ເຂດບໍ່ເຕ່ນແດນງາມ ເປັນຜູ້ເກັບກຳຂໍ້ມູນ ແລະ ຕິດຕາມ ເພື່ອຮັກສາຄວາມປອດໄພໃຫ້ ໃນສະຖານທີ່ທ່ອງທ່ຽວຕ່າງໆ.

ຂໍ້ມູນຂ່າວ: ກິ່ນນາລົມ

error: Content is protected !!