ປີ 2022 ນີ້ ແຂວງ ບໍ່ແກ້ວ ຈະສູ້ຊົນປູກໄມ້ໃຫ້ໄດ້ 181 ເຮັກຕາ

 ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ໃນປີ 2022 ນີ້, ແຂວງ ບໍ່ແກ້ວ ກໍຄື ພະແນກກະສິກຳ ແລະ ປ່າໄມ້ແຂວງ ມີແຜນສູ້ຊົນປູກໄມ້ໃຫ້ໄດ້ໃນເນື້ອທີ່ 181 ເຮັກ ຕາ, ໃນນີ້ ພາກເອກະຊົນຈະປູກໃຫ້ໄດ້ໃນເນື້ອທີ່ 139.5 ເຮັກຕາ ແລະ ພາກລັດ 41.5 ເຮັກຕາ.

ວຽກງານສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າໄມ້ທໍາມະຊາດ ໃນທຸກໆປີ ແມ່ນວຽກງານໜຶ່ງທີ່ສໍາຄັນ ໃນການຈັດຕັ້ງປະຕິບັດ ໃຫ້ເປັນຂະບວນໃນທົ່ວແຂວງບໍ່ແກ້ວ ເຊິ່ງພະແນກກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ ກໍຄື ຂະແໜງປ່າໄມ້ ໄດ້ເອົາໃຈໃສ່ກະກຽມ-ວາງແຜນປູກໄມ້ໃຫ້ເປັນປ່າ ໃນປີ 2022 ນີ້: ສໍາເລັດການເກັບແກ່ນພັນໄມ້ຊະນິດຕ່າງໆໄດ້ 1,489 ກິໂລກະລາມ ມາຜະລິດເປັນເບ້ຍໄມ້ ແລະ ເບ້ຍໄມ້ເຄື່ອງປ່າຂອງດົງໄດ້ 112,000 ເບ້ຍ, ໃນນີ້ ພາກເອກະຊົນຜະລິດໄດ້ 91,180 ເບ້ຍ ແລະ ພາກລັດ ຜະລິດໄດ້ 20,820 ເບ້ຍ ເຊິ່ງລວມມີໄມ້ອຸດສາຫະກໍາ 88,840 ເບ້ຍ, ໄມ້ປະດັບ 6,460 ເບ້ຍ ແລະ ເຄື່ອງປ່າຂອງດົງ 16,700 ເບ້ຍ ເພື່ອນໍາໄປປູກໃນເນື້ອທີ່ທັງໝົດທົ່ວແຂວງ 181 ເຮັກຕາ.

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນວັນທີ 1 ມິຖຸນາ ປີ 2022 ນີ້, ເມືອງຫ້ວຍຊາຍ ໄດ້ກໍານົດຈຸດປູກໄມ້ ຢູ່ບ່ອນສ້າງພະເຈົ້າໃຫຍ່ (ພູ106) ປູກປະເພດໄມ້ປະດັບ ແລະ ເຂດປ່າຄຸ້ມຄອງ-ປ່າຊົມໃຊ້ບ້ານຄົກຫລວງ ມີເນື້ອທີ່ 0,5 ເຮັກຕາ ປູກປະເພດໄມ້ສັກ ໂດຍມີຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫ້ວຍຊາຍ ສົມທົບກັບ ໂຄງການປັບປຸງສະພາບແວດລ້ອມດ້ານປ່າໄມ້ ເພື່ອປັບປຸງສະພາບດິນຟ້າອາ ກາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ເມືອງຕົ້ນເຜິ້ງ ປູກຢູ່ເຂດປ່າສັກສິດ ບ້ານດອນສະຫວັນ ມີເນື້ອທີ່ 3 ເຮັກຕາ, ປູກໄມ້ສັກ, ໄມ້ແຕ້ຄ່າ, ໄມ້ດູ່ເລືອດ, ໄມ້ດູ່ລາຍ ໄມ້ຂະຍຸງ ແລະ ຫວາຍຂົມ; ເມືອງປາກທາ ປູກຢູ່ເຂດປ່າປ້ອງກັນແຫລ່ງນໍ້າ ບ້ານຫ້ວຍທອງ ໃນເນື້ອທີ່ 3 ເຮັກຕາ ຈະປູກໄມ້ສັກ ໄມ້ດູ່ລາຍ,ໄມ້ແຕ້ຄ່າ ແລະ ໄມ້ຝາງແດງ; ເມືອງຜາອຸດົມ ປູກຢູ່ສໍານັກງານ-ອົງການຂອງເມືອງ ປູກປະເພດໄມ້ປະດັບ ແລະ ເມືອງເມິງ ປູກຢູ່ເຂດປ່າປ້ອງກັນແຫລ່ງນໍ້າ ຫົວຫ້ວຍນໍ້າປະປາ ໃນເນື້ອທີ່ 35 ເຮັກຕາ ປູກຕົ້ນໝາກຕາວ. ກິດຈະກຳການປູກຕົ້ນໄມ້ດັ່ງກ່າວ, ກໍເພື່ອເປັນການໂຄສານາ ແລະ ປຸກຈິດສໍານຶກໃຫ້ແກ່ປະຊາຊົນ ອານຸຊົນຮຸ່ນຫລັງ ເຫັນໄດ້ຄວາມສໍາຄັນຂອງປ່າໄມ້ ທີ່ມີຕໍ່ການດໍາລົງຊິວິດ ຂອງປະຊາຊົນລາວບັນດາເຜົ່າ ແລະ ພົວພັນເຖິງການປ່ຽນແປງຂອງດິນຟ້າອາກາດ ຍູ້ແຮງຂະບວນການປູກໄມ້ປີນີ້ ໃຫ້ມີຄວາມຟົດຟື້ນ ແລະ ເປັນຂະບວນກວ້າງຂວາງ.

ຂໍ້ມູນຂ່າວ: ເງິນຫລົງ ຈິດພູວົງ

error: Content is protected !!