ສົ່ງເສີມ ສິລະປະຫັດຖະກຳ ແລະ ອາຫານລາວ ສູ່ສາກົນ

ໃນວັນທີ 16 ພຶດສະພາ 2022 ທີ່ນະຄອນຫລວງ ວຽງຈັນ, ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບສະມາຄົມຫັດຖະກຳລາວ ໄດ້ຖະແຫລງຂ່າວ ກ່ຽວກັບການກະກຽມຈັດງານວາງສະແດງປຸງແຕ່ງອາຫານນາໆຊາດ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2022 ພາຍໃຕ້ແນວຄວາມຄິດ: “ສົ່ງເສີມສິລະປະຫັດຖະກຳ ແລະ ອາຫານລາວ ສູ່ສາກົນ” ໂດຍຈະຈັດຂຶ້ນໃນລະຫວ່າງວັນທີ 11-19 ມິຖຸນາ 2022 ທີ່ສູນການຄ້າລາວ-ໄອເຕັກ.

ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ໄດ້ກ່າວວ່າ: ງານຄັ້ງນີ້, ຈັດຂຶ້ນເພື່ອເປັນການສ້າງຂະບວນການສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ແລະ ວັນສ້າງຕັ້ງສະມາຄົມຫັດຖະກຳລາວຄົບຮອບ 25 ປີ. ພ້ອມກັນນີ້, ກໍເພື່ອເປັນການສົ່ງເສີມການຕະຫລາດ ໃຫ້ຊາວຊ່າງຫັດຖະກຳລາວ ທີ່ດຳລົງຊີວິດຢູ່ນະຄອນຫລວງວຽງຈັນ ແລະ ຕ່າງແຂວງ ໃນທ້ອງຖິ່ນຕ່າງໆທົ່ວປະເທດ ໄດ້ນຳເອົາເຄື່ອງຫັດຖະກຳ, ກະສິກຳ ແລະ ອາຫານພື້ນເມືອງຂອງຕົນມາວາງສະແດງ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ພ້ອມທັງຈຳໜ່າຍ ເພື່ອສ້າງລາຍໄດ້ໃຫ້ກັບຕົນເອງ. ປັດຈຸບັນທາງ ສະມາຄົມຫັດຖະກຳລາວ ໄດ້ລະດົມສະມາຊິກ ຊາວຊ່າງຫັດຖະກຳໃນທົ່ວປະເທດ ໃຫ້ມີໂອກາດເຂົ້າມາຮ່ວມງານ ເຊິ່ງພວກເຮົາມີຫ້ອງວາງສະແດງ ແລະ ວາງຂາຍສິນຄ້າ ໄວ້ໃຫ້ທ່ານສາມາດຈັບໄດ້ແລ້ວ.

ທ່ານ ໄຊສົມເພັດ ນໍລະສິງ ກ່າວຕື່ມວ່າ: ງານຄັ້ງນີ້ ຖືວ່າເປັນໂອກາດອັນດີ ທີ່ພວກເຮົາໄດ້ຈັດຂຶ້ນໃນລະດັບພາກພື້ນລຸ່ມແມ່ນໍ້າຂອງ ເພື່ອເປັນການໂຄສະນາ ສົ່ງເສີມສິນຄ້າ ແລະ ອາຫານລາວ ໃຫ້ເປັນທີ່ຮັບຮູ້ໃນເຂດພາກພື້ນ ແລະ ສາກົນ, ພ້ອມນີ້ ຍັງໄດ້ຮ່ວມກັນປຶກສາກັບສະມາຄົມຫັດຖະກຳລາວ ເພື່ອສ້າງເອກະລັກດັ່ງກ່າວນີ້ໃຫ້ອອກມາ ໃຫ້ເຫັນຄວາມເປັນລາວ, ໃຫ້ເຫັນເອກະລັກ ແລະ ໃຫ້ເຫັນສິລະປະທີ່ງົດງາມຂອງອາຫານລາວ. ດັ່ງນັ້ນ, ແຜນການຈັດງານວາງສະແດງປຸງແຕ່ງອາຫານນານາຊາດ 2022 ຈະໄດ້ນໍາສະເໜີສິນຄ້າກະສິກໍາປຸງແຕ່ງ, ອາຫານ, ສິລະປະຫັດຖະກຳ ສົ່ງເສີມອາຫານ, ສິນຄ້າຫັດຖະກຳ ແລະ ບັນດາເຄື່ອງດື່ມຕ່າງໆ ຂອງຫົວໜ່ວຍທຸລະກິດລາວ.

ງານດັ່ງກ່າວຈະມີ 5 ປະເທດເຂົ້າຮ່ວມຄື ລາວ, ຫວຽດນາມ, ກໍາປູເຈຍ, ມຽນມາ ແລະ ໄທ ເຊິ່ງຈະມີສິນຄ້າຫລາຍປະເພດເຂົ້າຮ່ວມ ເປັນຕົ້ນ ສິນຄ້າກະສິກຳ, ອາຫານພື້ນເມືອງ ແລະ ສິນຄ້າຫັດຖະກໍາໂດຍປະກອບມີ 7 ຂະແໜງການຄື: ແຜ່ນແພ, ຈັກສານ, ສິລະປະໂລຫະ, ຜະລິດຕະພັນວັດທະນະທຳ, ປະຍຸກພັນສີ, ເສັ້ນໃຍ ແລະ ພືດໃຫ້ສີທໍາມະຊາດ ແລະ ການປູກມອນລ້ຽງມ້ອນ. ນອກຈາກນີ້, ໃນງານຍັງຈະໄດ້ມີການຈັດເວທີການເຈລະຈາການຊື້-ຂາຍ ສິນຄ້າ ແລະ ພົບປະ ກັບທຸລະກິດຕ່າງປະເທດ, ການແລກປ່ຽນບົດຮຽນກັບບັນດາປະເທດ ທີ່ເຂົ້າຮ່ວມງານ, ການສົ່ງເສີມຍີ່ຫໍ້ສິນຄ້າຫັດຖະກຳ ແລະ ອາ ຫານ ແລະ ຍັງມີລາຍການແຂ່ງຂັນປຸງແຕ່ງອາຫານລາວດີເດັ່ນ ຂອງບັນດາຫົວໜ່ວຍທຸລະກິດລາວນຳອີກ.

ຂໍ້ມູນຂ່າວ: ມະນີທອນ

error: Content is protected !!