ຄວາມຄືບໜ້າ ການປະຕິບັດດຳລັດ ວ່າດ້ວຍລົດຂອງລັດ

ວັນທີ 17 ພຶດສະພາ 2022 ນີ້, ຫ້ອງວ່າການສຳນັກງານນາຍົກລັດຖະມົນ ຕີ(ຫສນຍ) ຮ່ວມກັບ ກະຊວງການເງິນ ຈັດກອງປະຊຸມ ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ພາຍຫລັງທີ່ີໄດ້ເຜີຍແຜ່ດຳລັດດັ່ງກ່າວ ໃນທ້າຍ ເດືອນ ມີນາ 2022 ທີ່ຜ່ານມາ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຮັບຟັງ ກ່ຽວກັບຜົນສຳເລັດ, ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ຂໍ້ສະເໜີ ຈາກບັນດາຜູ້ຕາງໜ້າ ກະຊວງ ແລະ ອົງການທຽບເທົ່າ ຂັ້ນສູນກາງ ເພື່ອເປັນຂໍ້ມູນ ສັງລວມລາຍງານຂໍທິດຊີ້ນຳຈາກຂັ້ນເທິງ.

ການຈັດຕັ້ງປະຕິບັດດຳລັດດັ່ງກ່າວ ເຫັນວ່າມີຄວາມຄືບໜ້າ ດີສົມຄວນ, ໃນນັ້ນ ທຸກພາກສ່ວນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວ ແລະ ສຳເລັດ ການເຜີຍແຜ່ເນື້ອໃນຂອງດຳລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ໂດຍຕິດພັນກັບການເຮັດວຽກງານການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ. ພ້ອມທັງ ກຳລັງເລັ່ງສັງລວມ ຂຶ້ນບັນຊີລົດຂອງລັດ ທີ່ກະຊວງ-ອົງການຂອງຕົນ ຄຸ້ມຄອງ ແລະ ນຳໃຊ້ ເປັນຕົ້ນ ຈຳ ນວນລົດ, ຊະນິດ-ປະເພດລົດ (ລົດປະຈໍາຕໍາແໜ່ງການນໍາລະດັບສູງ, ລົດບໍລິຫານ ແລະ ລົດວິຊາສະເພາະ), ຜູ້ນຳໃຊ້ລົດ, ສະພາບລົດ ແລະ ອື່ນໆ ລວມທັງແຜນການຈັດສັນລົດຄືນໃໝ່ ແລະ ແຜນການສະສາງລົດເກົ່າ ທີ່ໝົດອາຍຸການໃຊ້ງານ ແລະ ໄດ້ຖອນຄືນລົດຈຳນວນໜຶ່ງ ທີ່ເກີນກໍານົດ ໃນດຳລັດ ເລກທີ 599/ລບ.

ສະເພາະ ຫສນຍ ກໍໄດ້ສົມທົບກັບກະຊວງການເງິນ ດໍາເນີນການຖອນລົດຈໍານວນໜຶ່ງຈາກການນໍາຂັ້ນສູງ ແລະ ໄດ້ດຸ່ນດ່ຽງລົດທີ່ໄດ້ຖອນມານັ້ນ ໃຫ້ຂະແໜງການ, ອົງການ ຈຳນວນໜຶ່ງ; ໄດ້ສົມທົບກັນ ກໍານົດວິທີການ, ກົນໄກ, ແຜນດໍາເນີນງານ ແລະ ຄາດໝາຍທາງດ້ານເວລາ ໃນການຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດດໍາລັດ 599/ລບ ແລະ ໄດ້ແຕ່ງຕັ້ງຄະນະລົງເຜີຍແຜ່ເອກະສານ ກ່ຽວກັບການຄຸ້ມຄອງພາຫະນະຂອງລັດ ຢູ່ບັນດາແຂວງໃນທົ່ວປະເທດ ໂດຍແບ່ງອອກເປັນ 3 ຄະນະ, ມີຮອງລັດຖະມົນຕີກະຊວງການເງິນ ເປັນຫົວໜ້າ ຂອງແຕ່ລະຄະນະ ແລະ ມີຄາດໝາຍໃຫ້ສໍາເລັດພາຍໃນເດືອນ ພຶດສະພາ 2022 ນີ້.

ໂອກາດນີ້, ທ່ານ ປະທານກອງປະຊຸມ ໄດ້ສະເໜີໃຫ້ບັນດາຫ້ອງການ ເປັນໃຈກາງໃນການສືບຕໍ່ຈັດຕັ້ງປະຕິບັດ ດຳລັດສະບັບນີ້ ຂອງກະຊວງ, ອົງການຂອງຕົນ ໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມແຜນ, ພ້ອມທັງ ຄົ້ນຄວ້າວິທີການ ທີ່ເໝາະສົມໃນການແກ້ໄຂ ບັນຫາຄົງຄ້າງ, ຂໍ້ຫຍຸ້ງຍາກຕ່າງໆ ສະເໜີຕໍ່ຄະນະພັກ-ຄະນະນຳ ຂອງຕົນ ບົນພື້ນຖານສອດຄ່ອງກັບ ດຳລັດ 599/ລບ. ນອກຈາກນັ້ນ, ຖ້າພາກສ່ວນໃດ ບໍ່ທັນສຳເລັດ ການຂຶ້ນບັນຊີສະຖິຕິລົດ ກໍໃຫ້ສືບຕໍ່ຮີບຮ້ອນຈັດຕັ້ງປະຕິບັດ ແລ້ວສັງລວມລາຍງານ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ການຈັດຕັ້ງປະຕິບັດດຳລັດ ສະບັບນີ້ ສ່ອງແສງໃຫ້ເຫັນເຖິງ ຄວາມພະຍາຍາມຂອງພັກ ແລະ ລັດ ໃນການສ້າງການຫັນປ່ຽນໃໝ່ ຢ່າງແຂງແຮງ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດ ໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດ, ສ້າງລັດຂອງປະຊາຊົນ ໃຫ້ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນ ແລະ ສັງຄົມຫລາຍຂຶ້ນ, ສິ່ງສຳຄັນ ແມ່ນປະຕິບັດ ທິດຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານດັ່ງກ່າວ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດໄວ້ ໃຫ້ປະກົດຜົນເປັນຈິງ.

ດຳລັດສະບັບເລກທີ 599/ລບ ແມ່ນໜຶ່ງໃນນິຕິກຳ ກໍຄື ມາດຕະການ ທີ່ລັດຖະ ບານ ໄດ້ຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເປັນອັນລະອຽດ ເຊິ່ງເນື້ອໃນຈິດໃຈ ຂອງດຳລັດດັ່ງກ່າວ ແມ່ນເປັນການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ ທີ່ບໍ່ຈຳເປັນ ໂດຍການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ, ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ ໂດຍສະເພາະ ການຫລຸດຈຳນວນລົດລົງ, ການຖອນຄືນ, ການດຸ່ນດ່ຽງ ດັດສົມລົດປະຈຳຕຳແໜ່ງ, ດັດປັບການເບີກຈ່າຍນ້ຳມັນ, ການຫັນມາໃຊ້ລົດໄຟຟ້າ ໃຫ້ຫລາຍຂຶ້ນ ແລະ ອື່ນໆ.

ເມື່ອສົມທຽບ ດຳລັດສະບັບນີ້ ກັບລະບຽບການນໍາໃຊ້ລົດລັດ ໃນເມື່ອກ່ອນ ເຫັນວ່າ ຈະສາມາດຫລຸດຈຳນວນລົງ ແລະ ຖອນຄືນລົດປະຈໍາຕຳແໜ່ງການນຳລະດັບສູງ ປະເພດ I ຫາ ປະເພດ IV ທີ່ເກີນກໍານົດໃນດຳລັດ 599/ລບ; ດຸ່ນດ່ຽງດັດສົມລົດ ຈາກບ່ອນທີ່ມີຫລາຍ ໄປໃຫ້ພາກສ່ວນທີ່ຍັງຂາດເຂີນບໍ່ພຽງພໍ; ດັດປັບການເບີກຈ່າຍນໍ້າມັນເຊື້ອໄຟ ໃຫ້ຫລຸດລົງ; ສົ່ງເສີມຫັນໄປນຳໃຊ້ລົດໄຟຟ້າ ຫລື ລົດທີ່ນຳໃຊ້ພະລັງງານສະອາດ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຕາມມະຕິ 08/ລບ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ການນໍາໃຊ້ລົດໄຟຟ້າໃນ ສປປ ລາວ. ສໍາລັບພະນັກງານຕຳແໜ່ງຂັ້ນຫົວໜ້າກົມ ແລະ ຮອງຫົວໜ້າກົມລົງມາ ແມ່ນບໍ່ມີລົດປະຈຳຕຳແໜ່ງ ແຕ່ໃຫ້ນຳໃຊ້ລົດຮັບໃຊ້ບໍລິຫານລວມ ແລະ ລົດຮັບໃຊ້ວຽກງານວິຊາສະເພາະ ໂດຍມີການຕິດກາໝາຍ (ສະຕິກເກີ) ຢ່າງຄັກແນ່.

ຂໍ້ມູນຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

error: Content is protected !!