ຕຳແໜ່ງຕ່າງໆ ຂອງເກຍລົດໂອໂຕ

ລົດໃຫຍ່ທີ່ຄົນໃນເມືອງມັກໃຊ້ໃນປັດຈຸບັນ ສ່ວນຫຼາຍເປັນເກຍໂອໂຕ. ສະນັ້ນ ນັກຂັບລົດມືໃໝ່ ອາດຍັງມີຂໍ້ສົງໄສ ວ່າ ຕຳແໜ່ງຕ່າງໆ ຂອງ ເກຍໂອໂຕ ໃຊ້ງານແບບໃດແດ່?

ເກຍໂອໂຕ ໃນປັດຈຸບັນ ແບ່ງອອກເປັນ 2 ປະເພດ ຄື: ເກຍໂອໂຕ ແບບມີລຳດັບຂັ້ນ ແລະ ເກຍໂອໂຕ ແບບ CVT ເຊິ່ງໃນມູມມອງ ການໃຊ້ງານຂອງຄົນຂັບລົດທົ່ວໄປແລ້ວ ຖືວ່າບໍ່ແຕກຕ່າງກັນຫຼາຍ ເພາະວ່າ ຍັງຄົງໃຊ້ຊື່ເອີ້ນຕຳແໜ່ງເກຍຄ້າຍຄືກັນ.

ຕຳແໜ່ງ P (Park): ຈະຢູ່ດ້ານເທິງສຸດຂອງແປ້ນເກຍ ໃຊ້ສຳລັບຈອດລົດ ເພື່ອມອດຈັກລົດ ເຊິ່ງຄວາມພິເສດຂອງຕຳແໜ່ງເກຍ P ຄືລົດຈະຖືກເຂົ້າສະຫຼັກ ລ໊ອກ ເຮັດໃຫ້ບໍ່ສາມາດເຄື່ອນທີ່ໄດ້ເລີຍ. ດັ່ງນັ້ນ ຫາກຈຳເປັນຕ້ອງຈອດລົດຂວາງທາງຄັນອື່ນ ບໍ່ຄວນໃສ່ຕຳແໜ່ງເກຍ P ເດັດຂາດ ເພາະຈະເຮັດໃຫ້ຜູ້ອື່ນບໍ່ສາມາດຍູ້ລົດໄປມາໄດ້.

ຕຳແໜ່ງ R (Reverse): ກໍຄືເກຍຖອຍນັ້ນເອງ ເຊິ່ງການສະຫຼັບ ຈາກຕຳແໜ່ງ P ມາເປັນຕຳແໜ່ງ R ຈຳເປັນຕ້ອງຢຽບເບກ ແລ້ວຈຶ່ງກົດປຸ່ມປົດລ໊ອກ ບໍລິເວນຫົວຄັນເກຍ. ແຕ່ຖ້າຫາກເປັນລົດ ທີ່ໃຊ້ແປ້ນເກຍແບບຂັ້ນໄດ ກໍຈະໃຊ້ວິທີຢຽບເບກ ແລ້ວຈຶ່ງຍູ້ຄັນເກຍໄປດ້ານຂ້າງ ຈຶ່ງຈະສາມາດເຂົ້າເກຍ R ໄດ້.

ຕຳແໜ່ງ N (Neutral): ມັນຄືຕຳແໜ່ງເກຍວ່າງ, ລົດຈະບໍ່ມີການສົ່ງກໍາລັງໃດໆ ຈາກເຄື່ອງຈັກ. ຖ້າຫາກຢຸດລົດຢູ່ໃນພື້ນທີ່ຄ້ອຍ ຈະເຮັດໃຫ້ລົດໄຫຼໄດ້, ມັນຕ່າງຈາກເກຍ P.

ຕຳແໜ່ງ D (Drive): ໝາຍເຖິງຕຳແໜ່ງ ສຳລັບເຄື່ອນທີ່ໄປດ້ານໜ້າ ເຊິ່ງໂດຍປົກກະຕິແລ້ວ ເກຍ D ຖືວ່າຄວບຄຸມການຂັບຂີ່ ໃນທຸກຮູບແບບ, ຖ້າຫາກທ່ານຮຽນຂັບລົດ ການໃຊ້ຕຳແໜ່ງເກຍ D ຢ່າງດຽວ ກໍພຽງພໍຕໍ່ການເດີນທາງທົ່ວໄປແລ້ວ.

ຕຳແໜ່ງ 4, 3 ແລະ 2: ສຳລັບາງລຸ້ນທີ່ມີຕຳແໜ່ງ ເປັນຕົວເລກ ເຊັ່ນ: 2, 3 ແລະ 4 ຫຼື ມີອັກສອນ D ຄວບຄູ່ ເຊັ່ນ: D2, D3 ແລະ D4 ນັ້ນໝາຍເຖິງ ອັດຕາທົດສູງສຸດ ທີ່ຍອມໃຫ້ເກຍທົດ. ຍົກຕົວຢ່າງ: ຕຳແໜ່ງ 2 ໝາຍເຖິງ ລົດຈະໃຊ້ພຽງເກຍ 1-2 ເທົ່ານັ້ນ, ເຊັ່ນດຽວກັນກັບຕຳແໜ່ງເກຍ 4 ລົດຈະໃຊ້ພຽງເກຍ 1-4 ບໍ່ປັບປ່ຽນເກຍ 5 ໃຫ້ແຕ່ຢ່າງໃດ. ປະໂຫຍດຂອງຕໍາແໜ່ງ ເກຍລັກສະນະນີ້ ຄືໃຊ້ໃນກໍລະນີເລັ່ງແຊງ ຫຼື ຂຶ້ນທາງຊັນດ້ວຍຄວາມໄວ ຈະຊ່ວຍໃຫ້ລົດມີແຮງຫຼາຍຂຶ້ນ. ສິ່ງສຳຄັນແມ່ນ ຜູ້ຂັບຂີ່ຈຳເປັນຕ້ອງເລືອກຕຳແໜ່ງເກຍ ໃຫ້ເໝາະສົມກັບຄວາມໄວ ໃນຂະນະນັ້ນ.

ຕຳແໜ່ງ 1 ຫຼື L: ໝາຍເຖິງເກຍ 1 ເຊິ່ງລົດຈະບໍ່ມີການປັບອັດຕາທົດໃດໆໃຫ້ ຈະຄ້າງຢູ່ທີ່ເກຍ 1 ພຽງຢ່າງດຽວເທົ່ານັ້ນ ເຊິ່ງໃຊ້ໃນການຂຶ້ນທາງຊັນຫຼາຍ ຫຼື ເວລາທີ່ຕ້ອງການແຮງເບກຈາກເຄື່ອງຈັກ.

ຕຳແໜ່ງ M (Manual): ໝາຍເຖິງໂໝດການຂັບຂີ່ແບບທຳມະດາ ໂດຍຈະໃຊ້ການຍູ້ຄັນເກຍຕຳແໜ່ງ + ຫຼື – ໃນການປ່ຽນອັດຕາທົດດ້ວຍຕົວເອງ ເຊັ່ນ: ໃນກໍລະນີຢູ່ໃນເກຍ 3 ກໍຈະຄ້າງໄວ້ທີ່ເກຍ 3 ຢູ່ແບບຊັ້ນບໍ່ປ່ຽນເປັນເກຍ 4 ໃຫ້, ແຕ່ຖ້າຫຼຸດຄວາມໄວລົງມາຈົນຕຳ່ກວ່າລະດັບ ຄວາມໄວຂອງເກຍນັ້ນ ເກຍກໍຈະປັບລົງອັດຕະໂນມັດ. ເວົ້າງ່າຍໆ ກໍຄື ປັບລົງໃຫ້, ແຕ່ບໍ່ປັບຂຶ້ນໃຫ້.

ປຸ່ມ Sport: ລົດເກຍໂອໂຕ ຫຼາຍຄັນ ຈະມີປຸ່ມ Sport ມາໃຫ້, ບາງຄັນອາດໃຊ້ເປັນ 1 ໃນຕຳແໜ່ງເກຍ ແທນທີ່ດ້ວຍສັນຍະລັກ S. ໂໝດ Sport ຈະປັບສະໝອງກົນໄກເກຍ ໃຫ້ປ່ຽນອັດຕາທົດໃນຮອບເຄື່ອງຈັກ ທີ່ສູງຂຶ້ນ ຊ່ວຍເພີ່ມກຳລັງຈາກເຄື່ອງຈັກ ໃຫ້ເລັ່ງແຊງໄດ້ໄວກວ່າປົກກະຕິ ເຊິ່ງໂໝດ Sport ສ່ວນຫຼາຍຈະປ້ອງກັນ ບໍ່ໃຫ້ເກຍທົດໄປຫາຕຳແໜ່ງສູງສຸດ ເຊັ່ນ: ຫາກປ່ຽນອັດຕະໂນມັດ 5 ສະປີດ ສະໝອງກົນໄກເກຍ ຈະສັ່ງງານໃຫ້ໃຊ້ສະເພາະເກຍ 1-4 ເທົ່ານັ້ນ ຈຶ່ງບໍ່ຄວນໃຊ້ໂໝດ Sport ໃນຂະນະຂັບຂີ່ທາງໄກ ດ້ວຍຄວາມໄວສູງ ເພາະຈະເຮັດໃຫ້ເປືອງນຳ້ມັນ.

ປຸ່ມ Eco: ມີລັກສະນະການເຮັດວຽກ ກົງກັນຂ້າມກັບໂໝດ Sport ຄືປ່ຽນອັດຕາທົດໃຫ້ໄວຂຶ້ນກວ່າປົກກະຕິ ເພື່ອປ້ອງກັນບໍ່ໃຫ້ຮອບເຄື່ອງຈັກສູງຈົນເກີນໄປ, ຜົນທີ່ໄດ້ກໍຄື ລົດກິນນໍ້າມັນໜ້ອຍລົງ ແຕ່ກໍແລກກັບຕົວລົດທີ່ຕອບສະໜອງຊ້າລົງເຊັ່ນກັນ.

error: Content is protected !!