3 ທີມນັກກິລາລາວ ອອກເດີນທາງຖ້ຽວສຸດທ້າຍ ຮ່ວມຊີງຫຼຽນຄຳ ຮ່າໂນ້ຍ ເກມ

3 ທີມນັກກິລາລາວ ຊຶ່ງປະກອບມີ ປະເພດກິລາລົດຖີບ, ຍົກນໍ້າໜັກ ແລະ ກິລາອີ-ສະປອດ ໄດ້ອອກເດີນທາງ ເຂົ້າຮ່ວມຊີງຫຼຽນຄຳງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໃນຕອນເຊົ້າວັນທີ 17 ພຶດສະພາ 2022 ທີ່ສະໜາມບິນ ສາກົນວັດໄຕ ດ້ວຍສາຍການບິນ ລາວແອລາຍ.

ສຳລັບທີມນັກກິລາ ອີ-ສະປອດ ໃນຈຳນວນ 20 ຄົນ ຊຶ່ງເປັນຊຸດສຸດທ້າຍ ໃນຈຳນວນ 68 ຄົນ ທີ່ອອກເດີນທາງກ່ອນໜ້ານີ້ ຊຶ່ງກິລາດັ່ງກ່າວ ແມ່ນໄດ້ແຂ່ງຂັນລະຫວ່າງວັນທີ 10-22 ພຶດສະພາ 2022 ມີການຊີງໄຊທັງໝົດ 10 ຫຼຽນຄຳ ແລະ ກິລາຍົກນໍ້າໜັກ ຮ່ວມຊີງໄຊ 3 ລາຍການ ແຂ່ງຂັນລະຫວ່າງວັນທີ 19-22 ພຶດສະພາ 2022 ທັງສອງປະເພດກິລາດັ່ງກ່າວ ແຂ່ງຂັນໃນນະຄອນຫຼວງ ຮ່າໂນ້ຍ ສ່ວນກິລາລົດຖີບ ສົ່ງຮ່ວມ 5 ຄົນ ຍິງ 1 ຄົນ ແຂ່ງຂັນລະຫວ່າງ ວັນທີ 19-22 ພຶດສະພາ 2022 ທີ່ ແຂວງ ຮົວບິນ.

ຂໍ້ມູນຂ່າວ: ສົງການ ພັນແພງດີ

error: Content is protected !!