ລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າ ລົງຊີ້ນຳວຽກງານຢູ່ ດ່ານສາກົນ ຂົວມິດຕະພາບ 2

ໃນໂອກາດຢ້ຽມຢາມ ແລະ ເຮັດວຽກ ຢູ່ດ່ານສາກົນຂົວມິດຕະພາບ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ໃນທ້າຍອາທິດຜ່ານມາ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮຽກຮ້ອງມາຍັງ ຄະນະຄຸ້ມຄອງດ່ານດັ່ງກ່າວ ສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ດ້ວຍຄວາມຮັບ ຜິດຊອບສູງ ແລະ ເຂັ້ມງວດຂຶ້ນກວ່າເກົ່າ, ພ້ອມທັງຫັນການບໍລິການສູ່ລະບົບທັນສະໄໝເທື່ອລະກ້າວ. ສ່ວນການເຂົ້າ-ອອກເມືອງ ຕ້ອງໄດ້ເອົາໃຈໃສ່ເປັນພິເສດ ໂດຍສະເພາະ ອາດມີຜູ້ຕ້ອງຫາ ຫລື ກຸ່ມຄົນບໍ່ດີ ທີ່ຕ້ອງການຂ້າມມາຝັ່ງເຮົາ ເຊິ່ງມີຫລາຍຮູບແບບ ແຕ່ກໍເຊື່ອໝັ້ນລະບົບກົນໄກການຄຸ້ມຄອງຂອງເຈົ້າໜ້າທີ່ດ່ານພວກເຮົາ.

ໂອກາດນີ້, ທ່ານ ພັທ ແພງພະໄທ ທຳມະສິດ ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 2 ໄດ້ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ, ໜ່ວຍງານພາສີດ່ານ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 779 ຕື້ກວ່າກີບ, ດ້ານໜ່ວຍງານ ຕມ ປະຈຳດ່ານແມ່ນໜ່ວຍງານຫລັກ ໃນການຕິດຕາມກວດກາຜູ້ຄົນເຂົ້າ-ອອກ ໃຫ້ຖືກຕ້ອງຕາມລະ ບຽບກົດໝາຍ ເຊິ່ງສາມາດຕ້ານ ແລະ ສະກັດກັ້ນເປົ້າໝາຍບໍ່ດີ ບໍ່ໃຫ້ເລັດລອດເຂົ້າມາໃນແຂວງສະຫວັນນະເຂດ, ໃນປີ 2021 ສາມາດເກັບກຳສະຖິຕິຄົນເຂົ້າມາຜ່ານດ່ານທັງໝົດ106,473 ຄົນ, ມີ 11 ສັນຊາດ, ຄົນອອກເມືອງມີ 95,665 ຄົນ, ມີ 14 ສັນຊາດ, ສະ ຖິຕິແຮງງານລາວເດີນທາງເຂົ້າມາຜ່ານດ່ານຂົວມິດຕະພາບ 2 ເລີ່ມແຕ່ວັນທີ 1 ມັງກອນ 2021-31 ມັງກອນ 2022 ມີແຮງງານເຂົ້າມາ 20,445 ຄົນ, ເປັນແຮງງານຕ່າງແຂວງ 2,156 ຄົນ, ມີໜັງສືຜ່ານແດນ 5, 001 ຄົນ ແລະ ບໍ່ມີເອກະສານຜ່ານແດນ 15,444 ຄົນ. ນອກຈາກການເຄື່ອນໄຫວຕິດຕາມຄົນ ເຂົ້າ-ອອກແລ້ວ ຍັງໄດ້ຈັດຕັ້ງເຄື່ອນໄຫວເຮັດໜ້າທີ່ການປ້ອງກັນເວນຍາມພາຍໃນດ່ານຢ່າງເປັນປະຈຳ ທັງພາຍໃນອາຄານສະຖານທີ່ ແລະ ບໍລິເວນອ້ອມແອ້ມດ່ານ ເພື່ອໃຫ້ມີຄວາມປອດໄພ ແລະ ໄດ້ເອົາໃຈໃສ່ເປັນພິເສດໃນການສຶກສາອົບຮົມ ຜູ້ລະເມີດເຂົ້າ-ອອກບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ສຳລັບໜ່ວຍງານສາທາລະນະສຸກປະຈຳດ່ານ ກໍໄດ້ເອົາໃຈໃສ່ໃນການກວດກາ, ກັ່ນກອງ, ກວດວັດອຸນຫະພູມ ເພື່ອຊອກຫາເຊື້ອພະຍາດໂຄວິດ-19 ຂອງແຮງງານລາວທີ່ເດີນທາງກັບບ້ານທຸກຄົນ ຈາກນັ້ນກໍໄດ້ຈັດເຂົ້າສູນ ເພື່ອກັກບໍລິເວນໃຫ້ຄົບ 14 ວັນຕາມມາດຕະການຄະນະສະເພາະກິດຂັ້ນແຂວງວາງອອກ.

ພ້ອມນັ້ນ, ຍັງໄດ້ກັ່ນກອງຄົນຂັບລົດຂົນສົ່ງສິນຄ້າພາຍໃນດ່ານ ແລະ ກວດຫາເຊື້ອ ໂຄວິດ-19 ດ້ວຍເຄື່ອງ PCR ຢູ່ດ່ານຕາມທິດຊີ້ນຳຂອງຄະນະສະເພາະກິດຂັ້ນແຂວງ, ສຳລັບບໍລິສັດນຳເຂົ້ານ້ຳມັນເຊື້ອໄຟຜ່ານດ່ານລວມມີທັງໝົດ 7 ບໍລິສັດ, ມີລົດນ້ຳມັນ 3,998 ຄັນ, ສາມາດອອກໃບຢັ້ງຢືນຄຸນນະພາບນ້ຳມັນໄດ້ 100%.

ຂໍ້ມູນ: ກະຊວງອຸດສາຫະກຳ ແລະ ການຄ້າ

error: Content is protected !!