ຮ້ອຍຕີ ນາງ ໂບວິລັກ ເທບພະກັນ ຫຼື ນ້ອງກີກ ນັກກິລາເປຕັງທີມຊາດລາວ ປະເພດຊຸດຕິ້ງຍິງ ລົງແຂ່ງຂັນໃນຮອບຊີງຊະນະເລີດ ຫຼື ຮອບຊີງຫຼຽນຄໍາ ສາມາດອອກຕົວໄດ້ດີໃນຕົ້ນເກມຕີຖືກເປົ້່າໝາຍໄດ້ແຕັມຂຶ້ນນໍາຫ່າງເຖິງ 10 ແຕັມ ແຕ່ໜ້າເສຍດາຍມາພາດເຖິງ 7 ລ່ອງ ຖືກ ນັກກິລາ ມຽນມາ ໂຊຄວາມແມ້ນເກັບແຕ້ມແຊງເອົາຊະນະ ຂາດຮອຍ 44-27 ຄະແນນ ຄວ້າຫຼຽນຄໍາ ໄປຄອງ ສ່ວນ ໂບວິລັກ ໄດ້ພຽງຫຼຽນເງິນ ແລະ ເປັນຫຼຽນເງິນທໍາອິດໃຫ້ແກ່ທັບນັກກິລາລາວ ໃນຮ່າໂນ້ຍ ເກມ 2021.

ການແຂ່ງຂັນກິລາເປຕັງ ຮ່າໂນ້ຍ ເກມ ທີ່ ສສ ຫວຽດນາມ ຄັ້ງນີ້ ມີການຊີງໄຊກັນທັງໝົດ 8 ລາຍການ ປະກອບມີ ຊຸດຕິ້ງຍິງ, ຊຸດຕິ້ງຊາຍ, ທີມຄູ່ຍິງ, ທີມຄູ່ຊາຍ, ທີມຄູ່ປະສົມ, ທີມຊຸດຍິງ 2 ຊາຍ 1, ທີມຊຸດຍິງ ແລະ ທີມຊຸດຊາຍ, ໃນນັ້ນມີພຽງ 6 ຊາດ ໃນຂົງເຂດ ອາຊຽນ ເຂົ້າຮ່ວມຊີງໄຊ ຄື :ໄທ, ມາເລເຊຍ, ມຽນມາ, ກຳປູເຈຍ, ລາວ ແລະ ເຈົ້າພາບ ຫວຽດນາມ ກິລາດັ່ງກ່າວ ດຳເນີນແຂ່ງຂັນລະຫວ່າງ ວັນທີ 13-19 ພຶດສະພາ 2022 ສຳລັບລາວ ກໍສົ່ງ ນັກກິລາຮ່ວມຊີງໄຊຄົບ 8 ລາຍການ.

ການແຂ່ງຂັນກິລາດັ່ງກ່າວ ທີ່ແຂ່ງຂັນມື້ທຳອິດ ຈັດຂຶ້ນໃນວັນທີ 13 ພຶດສະພານີ້ ທີ່ສະໜາມກິລາ ຮ່າໂນ້ຍ ເນເຊິນນອລ ສະປອດ ເທນນິ້ງ ເຊັນເຕີ ຂ້າງສະໜາມແຫ່ງຊາດ ມີດິງ ຊຶ່ງນຳໃຊ້ ພິທີເປີດ-ປິດ ຮ່າໂນ້ຍ ເກມ ແລະ ມີການຊີງໄຊ 2 ລາຍການ ຈາກປະເພດຊຸດຕິ້ງຍິງ ແລະ ຊຸດຕິ້ງຊາຍ ໂດຍທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ທັງເປັນຫົວໜ້າຄະນະທັບຮັກກິລາລາວ ຮ່ວມໃຫ້ກຳລັງໃຈ ຜ່ານການແຂ່ງຂັນຜົນປະກົດວ່າ: ນັກກິລາທັງສອງຮຸ່ນຂອງລາວ ກໍຄື ທ້າວ ສີສົມພອນ ສັນນະຈອນ ຕົກຮອບທຳອິດ ຍັງເຫຼືອແຕ່ ຮ້ອຍຕີ ນາງ ໂບວິລັກ ເທບພະກັນ ຜ່ານເຂົ້າຮອບຮອງຊະນະເລີດ ກ່ອນຈະເສຍໃຫ້ ນັກກິລາ ມຽນມາ ນາງ ກິນ ເຈີຣີ ເທັສ ດ້ວຍຄະແນນ 44-27 ຄະແນນ ຄວ້າຫຼຽນຄຳ ໄປຄອງ ສ່ວນ ໂບວິລັກ ໄດ້ພຽງຫຼຽນເງິນ ແລະ ເປັນຫຼຽນເງິນທຳອິດໃຫ້ແກ່ທັບນັກກະລາລາວ ສ່ວນຫຼຽນທອງ ຮ່ວມ ແມ່ນຕົກເປັນຂອງ ນັກກິລາ ກຳປູເຈຍ ແລະ ຫວຽດນາມ ສ່ວນຫຼຽນຄຳ ຊຸດຕີ້ງຊາຍ ຕົກເປັນຂອງໄທ, ຫຼຽນເງິນ ຫວຽດນາມ ແລະ ຫຼຽນທອງຮ່ວມ ແມ່ນ ມຽນມາ ແລະ ກຳປູເຈຍ.
ຂໍ້ມູນຂ່າວ: ສົງການ ພັນແພງດີ
What I'm planning to do is modify one version of Peoples. Current budget battles have placed the future of the fleet in doubt but we had plans to fly them for many more years. It's a metaphor that's so overused, the entire crowd roars with eyerolls.