ເປີດໂຄງການກໍ່ສ້າງ ສວນສາທາລະນະ ມິດຕະພາບ​ ລາວ-ຫວຽດນາມ

ຫ້ອງວ່າການສູນກາງພັກ  ຮ່ວມກັບ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄດ້ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ ທີ່ບ້ານ​ ດົງໝາກຄາຍ ເມືອງ​ ໄຊທານີ ນະຄອນຫລວງ​ວຽງຈັນ ໃນວັນທີ 15 ພຶດສະພາ 2022, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ , ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມການນຳ ຂອງສອງສະພາແຫ່ງຊາດລາວ-ຫວຽດນາມເຂົ້າຮ່ວມ.

     ໃນໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການທີ່ມີຄວາມໝາຍສຳຄັນພິເສດ ພາຍໃຕ້ການຊີ້ນໍາໂດຍກົງຂອງສອງກົມການເມືອງສູນກາງພັກ ລາວ-ຫວຽດນາມ, ເປັນໂຄງການທີ່ມີຄວາມໝາຍທາງປະຫວັດສາດ-ການເມືອງ ຢ່າງເລິກເຊິ່ງ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນສັນຍາລັກແຫ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ຂອງສອງຊາດ.

     ໂຄງການດັ່ງກ່າວ, ມີເນື້ອທີ່ທັງໝົດ 3 ເຮັກຕາ ຕັ້ງຢູ່ເຂດນະຄອນຫລວງ​ ວຽງຈັນ ພາຍຫລັງສຳເລັດ ສະຖານທີ່ດັ່ງກ່າວ ຈະກາຍເປັນບ່ອນພັກຜ່ອນ, ອອກກໍາລັງກາຍ, ທ່ອງທ່ຽວທາງດ້ານວັດທະນະທຳ, ສະຖານທີ່ສຶກສາ, ຮ່ຳຮຽນຂອງປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ແມ່ນຂອງຊາວນະຄອນຫລວງ​ວຽງຈັນ ໄດ້ເຂົ້າມາທັດສະນະສຶກສາ, ຄົ້ນຄວ້າ, ເຄື່ອນໄຫວກິດຈະກໍາ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

      ລາວ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນແຕ່ ເໜືອຮອດໃຕ້, ມີຄວາມໃກ້ຊິດ ສະໜິດສະໜົມ, ມີສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາແຕ່ບູຮານນະການ ແລະ ໄດ້ກາຍມາເປັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ເຊິ່ງເປັນແບບຢ່າງທີ່ຫາຍາກ ຂອງການພົວພັນສາກົນໃນໂລກ “ແບບໜຶ່ງບໍ່ມີສອງ” ໂດຍແມ່ນ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ປະທານ ໂຮ່ຈິມິນເປັນຜູ້ລິເລີ່ມ ແລະ ເພີ່ມພູນຄູນສ້າງກາຍເປັນມໍລະດົກອັນປະເສີດ ແລະ ລໍ້າຄ່າທີ່ຕ້ອງໄດ້ຖະນຸຖະໝອມ ແລະ ສືບທອດມາຈົນເຖິງທຸກວັນນີ້. ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພົວພັນແບບພິເສດນີ້ ຍິ່ງໄດ້ຮັບການສືບຕໍ່ປັບປຸງ ແລະ ເສີມຂະຫຍາຍຂຶ້ນສູ່ລະດັບສູງກວ່າເກົ່າ ປະກອບສ່ວນເຂົ້າໃນການປະຕິບັດບັນດາໜ້າ ທີ່ ໃນການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ທີ່ສອງພັກ-ສອງລັດ ໄດ້ວາງອອກຢ່າງມີໄຊ ເຮັດໃຫ້ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຮັບການພັດທະນາ, ກ້າວຂຶ້ນເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກ ຢ່າງບໍ່ຢຸດຢັ້ງ.

ຂ່າວ:ກິດຕາ

ຂໍ້ມູນພາບ: ຂັນໄຊ, ເກດສະໜາ

error: Content is protected !!