ມະຫາກໍາຊີເກມຄັ້ງທີ 31 ເປີດຂຶ້ນຢ່າງເປັນທາງການ ຢູ່ ສສ ຫວຽດນາມ

ພິທີເປີດມະຫາກໍາກິລາຊີເກມຄັ້ງທີ 31 (SEA Games 31) ຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 12 ພຶດສະພາ 2022 ຢູ່ສະໜາມກິລາແຫ່ງຊາດ ມີ້ດິງ ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຫງວຽນ ຊັວນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍການນຳຂັ້ນສູງຂອງ ສສ ຫວຽດນາມ, ມີການນຳຂອງບັນດາປະເທດສະມາຊິກ ອາຊຽນ, ແຂກຖືກເຊີນ ພ້ອມດ້ວຍຄະນະນະກິລາຈາກ 10 ປະເທດ ອາຊຽນ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

ພິທີເປີດມະຫາກຳກິລາຊີເກມ ຄັ້ງທີ 31 ເລີ່ມຕົ້ນການສະແດງສິລະປະທີ່ເປັນເອກະລັກທາງວັດທະນະທຳຂອງຫວຽດນາມ ທີ່ມີການປະສົມປະສານກັບ ເອກະລັກວັດທະນະທຳຂອງ ອາຊຽນ ຕໍ່ດ້ວຍການຮ້ອງເພງຊີເກມຄັ້ງທີ 31, ແລະ ຂະບວນກ້ອນກຳລັງຂອງນັກກິລາຈາກ 10 ປະເທດ ອາຊຽນ; ຈາກນັ້ນ ທ່ານ ຫງວຽນ ຊັວນ ຟຸກ ກໍ່ໄດ້ກ່າວເປີດພິທີຢ່າງເປັນທາງການ ເພື່ອສະແດງຄວາມຍີນດີຕ້ອນຮັບຄະນະນັກກິລາ ທີ່ເຂົ້າຮ່ວມງານມະຫາກໍາກິລາຊີເກມຄັ້ງທີ 31. ໃນພິທີໄດ້ມີການຊັກທຸງຊີເກມຂຶ້ນຍອດເສົາຢ່າງເປັນທາງການ ແລະ ສິ່ງທີ່ພິເສດທີ່ສຸດແມ່ນການຈູດທວນໄຟຊີເກມ ຊຶ່ງທວນໄຟດັ່ງກ່າວຈະຮຸ່ງຕະຫລອດການແຂ່ງຂັນ.

ລາຍການສະແດງສິລະປະໃນພິທີເປີດມະຫາກຳ ກິລາຊີເກມ ຄັ້ງທີ 31 ແມ່ນການທີ່ນຳເອົາຮູບພາບທີ່ສວຍງາມດ້ານວັດທະນະທຳ, ຮີດຄອງປະເພນີ, ຂອງຊາວຫວຽດນາມ ມາສະແດງໃຫ້ເພື່ອນມິດທີ່ຢູ່ພາຍໃນປະເທດ ແລະ ສາກົນ ໄດ້ຮັບຮູ້ ພາຍໃຕ້ຄຳຂັວນ “ເພື່ອອາຊີຕາເວັນອອກສຽງໃຕ້ ທີ່ເຂັ້ມແຂງກວ່າ”. ລາຍການດັ່ງກ່າວລວມມີ 3 ພາກ: ພາກທີ I ແມ່ນ “ຫວຽດນາມ ທີ່ເປັນມິດ” ດ້ວຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດ ຫວຽດນາມ ທີ່ຮັກແພງແຂກຄົນ, ເປັນມິດສະໜິດສະໜົມກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ; ພາກທີ II ມີຊື່ວ່າ “ເອເຊຍຕາເວັນອອກສຽງໃຕ້ ທີ່ເຂັ້ມແຂງກວ່າ”, ໂດຍສະແດງໃຫ້ເຫັນກຳລັງແຮງຂອງປະຊາຄົມ ອາຊຽນ; ພາກທີ III ມີຫົວຂໍ້ “ອາຊີຕາເວັນອອກສ່ຽງໃຕ້ ສ່ອງແສງສະຫວ່າງ”, ໂດຍສະແດງໃຫ້ເຫັນກຳລັງແຮງແຫ່ງຄວາມສາມັກຄີ, ນ້ຳໃຈໄມຕີຈິດມິດຕະພາບຂອງ ຫວຽດນາມ ແລະ ບັນດາປະເທດໃນກຸ່ມ ອາຊຽນ ພ້ອມກັນສາມັກຄີສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງ, ເຂັ້ມແຂງ, ເສີມຂະຫຍາຍບົດບາດ ອາຊຽນ ໃນເວທີສາກົນ.

ມະຫາກຳກິລາຊີເກມຄັ້ງນີ້ ມີການແຂ່ງຂັນທັງໝົດ 40 ປະເພດກິລາ 526 ລາຍການ, ໃນນັ້ນ ສປປ ລາວ ເຂົ້າຮ່ວມແຂ່ງຂັນ 29 ປະເພດກິລາ ປະກອບດ້ວຍ: ເປຕັງ, ບິນລຽດ-ສະນຸກເກີ, ຄິກບອກຊິງ, ມວຍລາວ, ວູຊູ, ຂີ່ລົດຖີບ, ເທຄັວນໂດ, ມວຍສາກົນ, ກະຕໍ້, ປັນຈັກຊິລັດ, ຄາຣາເຕ, ຢູໂດ, ມວຍປໍ້າ, ຍິງທະນູ, ແລ່ນລານ, ຍົກນ້ຳໜັກ, ວໍວີນາມ, ລອຍນ້ຳ, ບານເຕະ, ດອກປີກໄກ່, ເຕັນນິດ, ບານສົ່ງຫາດຊາຍ, ກ໊ອບ, ຢິມນາສຕິກ, ອີສະປອດ, ຍິງປືນ, ປິ່ງປ່ອງ, ເພາະກາຍ ແລະ ແດນສະປອດ.

ຂໍ້ມູນຂ່າວ: ຄັດທະນາມ ສັງສິນໄຊ

error: Content is protected !!