ປ້ຳນ້ຳມັນ ປຕທ ສາຂາ ທາດຫລວງ ເປີດໃຫ້ບໍລິການດ້ວຍຄວາມໂປ່ງໃສ​ ວ່ອງໄວ ແລະ ຍຸຕິທຳ

ປ້ຳນ້ຳມັນ ປຕທ (Pttsatation) ສາຂາທາດຫລວງ ນະຄອນຫລວງວຽງຈັນ ເປີດໃຫ້ບໍລິການດ້ວຍຄວາມໂປງໃສ, ວ່ອງໄວ ແລະ ຍຸຕິທຳ ໂດຍສະເພາະໃນໄລຍະທີ່ນ້ຳມັນເຊື້ອໄຟຂາດຕະຫລາດໃນ ສປປ ລາວ, ບາງປ້ຳກໍໄດ້ປິດໃຫ້ບໍລິການຊົ່ວ ຄາວ, ແຕ່ປ້ຳນ້ຳມັນ ປຕທ ສາຂາທາດຫລວງ ກໍໄດ້ເປີດໃຫ້ບໍລິການແກ່ສັງຄົມ ເປັນປົກກະຕິ, ປະຊາຊົນໄດ້ຫລັ່ງໄຫລເຂົ້າມາໃຊ້ບໍລິການ ເປັນຈຳນວນຫລາຍ ເຮັດໃຫ້ເກີດມີຂ່າວບິດເບືອນ, ຂ່າວບໍ່ມີມູນຄວາມຈິງ ຢູ່ສື່ສັງຄົມອອນລາຍ ຕໍ່ກັບຂັ້ນຕ້ອນການໃຫ້ບໍລິການຂອງທາງປ້ຳນ້ຳມັນ.

ທ່ານນາງ ສິຣິ ບຸດດາຄຳ ເຈົ້າຂອງປ້ຳນ້ຳມັນ ປຕທ ສາຂາທາດຫລວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 12 ພຶດສະພາ 2022 ນີ້ວ່າ: ໃນກໍລະນີຂ່າວທີ່ອອກໃນສື່ສັງຄົມອອນລາຍ (ເຟສບຸກ) ໃນວັນທີ 12 ພຶດສະພາ 2022 ກ່ຽວກັບບັນຫາທີ່ວ່າລູກຄ້າທີ່ເຂົ້າມາໃຊ້ບໍລິການຢູ່ປ້ຳນ້ຳມັນ ປຕທ ສາຂາທາດຫລວງ ນະຄອນຫລວງວຽງຈັນຕ້ອງໄດ້ຊື້ສິນຄ້າ ພາຍໃນຮ້ານອາເມຊອນ ຈຶ່ງຈະສາມາດໃສ່ນໍ້າມັນໄດ້ (ລົດໃຫຍ່ ຕ້ອງຊື້ຄົບ 100,​000 ກີບ, ລົດຈັກ ຕ້ອງຊື້ຄົບ 50,​000 ກີບ ຈຶ່ງໃສ່ນ້ຳມັນໃຫ້) ຕໍ່ກັບບັນຫາດັ່ງກ່າວ ແມ່ນບໍ່ມີມູນຄວາມເປັນຈິງ (ເປັນຂ່າວບິດເບືອນ ທີ່ເກີດຂຶ້ນຍ້ອນຄວາມເຂົ້າໃຈຜິດ) ເນື່ອງຈາກໄລຍະທີ່ ສປປ ລາວ ພົບກັບວິກິດນ້ຳມັນເຊື້ອໄຟຂາດຕະຫລາດໃນຂອບເຂດທົ່ວປະເທດ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ເຮັດໃຫ້ປະຊາຊົນຫລັ່ງໄຫລກັນເຂົາມາຊື້ນ້ຳມັນເປັນຈຳນວນຫລາຍ ເຊິ່ງປ້ຳນ້ຳມັນ ປຕທ ສາຂາທາດ ຫລວງ ກໍເປັນປ້ຳໜຶ່ງທີ່ມີມວນຊົນຫລັ່ງໄຫລເຂົ້າມາໃຊ້ບໍລິການ ເຊິ່ງທາງປ້ຳ ກໍໄດ້ໃຊ້ມາດຕະການ ຍາຍບັດຄິວຢູ່ໃນຮ້ານອາເມຊອນ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ລູກຄ້າແຕ່ລະຄົນທີ່ເຂົ້າມາໃຊ້ບໍລິການໃສ່ນ້ຳມັນ ໂດຍທີ່ບໍ່ຈຳເປັນຕ້ອງຊື້ສິນຄ້າໃດໆ ກໍສາມາດໃສ່ນ້ຳມັນໄດ້.

ພ້ອມດຽວກັນນັ້ນ, ປ້ຳນ້ຳມັນ ປຕທ ສາຂາທາດຫລວງ ກໍໄດ້ຈັດຄວາມເປັນລະບຽບຮຽບຮ້ອຍ ໂດຍໄດ້ຈັດສັນການເຂົ້າ-ອອກ ລະຫວ່າງລົດໃຫຍ່, ລົດຈັກ ເພື່ອໃຫ້ໄດ້ໃສ່ນ້ຳມັນທີ່ເທົ່າທຽມກັນ, ທາງປ້ຳ ຈະບໍ່ໃສ່ໃຫ້ຜູ້ທີ່ນຳເອົາຕຸກມາໃສ່ນ້ຳມັນ ຈະໃສ່ໃຫ້ສະເພາະແຕ່ລົດ ເທົ່ານັ້ນ.
ໂອກາດນີ້, ທ່ານນາງ ສິຣິ ບຸດດາຄຳ ຍັງໄດ້ຮຽກຮ້ອງໃຫ້ສັງຄົມ ກໍຄື ຜູ້ມາໃຊ້ບໍລິການ ໃຫ້ເຊື່ອໜັ້ນຕໍ່ການໃຫ້ບໍລິການຂອງປ້ຳນ້ຳມັນ ປຕທ ສາຂາທາດຫລວງ, ພ້ອມທັງຢືນຢັນວ່າ ຈະໃຫ້ບໍລິການແກ່ສັງຄົມດ້ວຍຄວາມຈິງໃຈ, ວ່ອງໄວ ແລະ ເປັນທຳ, ຮັບປະກັນ ໃຫ້ຜູ້ທີ່ເຂົ້າມາໃຊ້ບໍລິການ ໄດ້ໃຊ້ນ້ຳມັນ ທີ່ມີຄຸນນະພາບ.
ຂໍ້ມູນຂ່າວ-ພາບ: ທະນູທອງ

error: Content is protected !!