ພາກພື້ນ ເອເຊຍ ແລະ ປາຊີຟິກ ເລີ່ມປະຕິບັດໂຄງການ “ໜຶ່ງປະເທດ ໜຶ່ງບຸລິມະສິດຜະລິດຕະພັນ”

ວັນທີ 10 ພຶດສະພາ 2022 ທີ່ນະຄອນຫລວງ ວຽງຈັນ, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ໄດ້ນຳສະເໜີຕົວຢ່າງເປັນທາງການ ກ່ຽວກັບການຈັດຕັ້ງປະຕິບັດ ການພັດທະນາສີຂຽວ ຂອງການຜະລິດຕະພັນກະສິກຳແບບພິເສດໃນທົ່ວໂລກ ພາຍໃຕ້ໂຄງການ “ໜຶ່ງປະເທດ ໜຶ່ງບຸລິມະສິດຜະລິດຕະພັນ” (OCOP) ຈັດຕັ້ງປະຕິບັດຢູ່ປະເທດ ໃນພາກພື້ນອາຊີ ແລະ ປາຊີຟິກ ຜ່ານລະບົບອອນລາຍ ໂດຍໄດ້ຮັບຄວາມສົນໃຈຈາກລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ຈາກພາກພື້ນ ເອເຊຍ ແລະ ປາຊີຟິກ ຄື: ປະເທດ ບູຕານ, ອິນໂດເນເຊຍ, ຊາມົວ, ເກາະໂຊໂລມອນ, ໄທ, ສປ ຈີນ ແລະ ສປປ ລາວ.

ການລິເລີ່ມ “ໜຶ່ງປະເທດ ໜຶ່ງບຸລິມະສິດຜະລິດຕະພັນ” ໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ການຊີ້ນໍາທີ່ສໍາຄັນ ທີ່ໄດ້ລະບຸໄວ້ພາຍໃຕ້ຂອບຍຸດທະສາດ ຂອງອົງ ການ FAO ປີ 2022-2031 ເຊິ່ງໄດ້ຮັບຮອງຈາກກອງປະຊຸມ FAO ຄັ້ງທີ 42 ໃນເດືອນມິຖຸນາ 2021 ເພື່ອສະໜັບສະໜູນ ບັນດາປະເທດສະມາຊິກ ໃນການຜະລິດຫລາຍຂຶ້ນ ໃຊ້ວິທີແກ້ໄຂບັນຫາດ້ວຍນະວັດຕະກໍາ, ອີງໃສ່ຫລັກຖານ ແລະ ວິທີການ ໂດຍພິຈາລະນາລະດັບການເຊື່ອມໂຍງ ທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງລະບົບອາຫານທາງກະສິກຳ ໂດຍການສົ່ງເສີມລະບົບສະບຽງອາຫານທີ່ຄວບຄຸມ, ເຮັດໃຫ້ມີຜົນກຳໄລ ແລະ ທາງດ້ານສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ໂດຍຜ່ານການຜະລິດ, ການເກັບຮັກສາ, ການປຸງແຕ່ງ ແລະ ຕະຫລາດສີຂຽວ, OCOP ຈະແກ້ໄຂ 5 ສິ່ງທ້າທາຍອັນສໍາຄັນຂອງໂລກ ເປັນຕົ້ນ ການເພີ່ມຜົນຜະລິດ ແລະ ການຮັບປະກັນອາຫານ ເພື່ອສຸຂະພາບ; ຫລຸດຜ່ອນການເສຍຫາຍຂອງອາຫານ, ສິ່ງເສດເຫລືອ ແລະ ປົກປັກຮັກສາຊີວະນາໆພັນ; ການປະຢັດນ້ຳ ແລະ ການນຳໃຊ້ທີ່ດິນໃຫ້ເກີດປະໂຫຍດສູງສຸດ; ຫລຸດຜ່ອນການນໍາເຂົ້າ ສານເຄມີທາງກະສິກໍາ; ຫລຸດຜ່ອນ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາ ກາດ.

ການປ່ຽນແປງໄປສູ່ລະບົບອາຫານ ທາງກະສິກຳທີ່ມີປະສິດທິພາບ, ທີ່ເປັນເອກະພາບກັນ, ຄວາມຢືດຍຸນ ແລະ ຄວາມຍືນຍົງຫລາຍຂຶ້ນ ເພື່ອໃຫ້ການຜະລິດ, ໂພຊະນາການ, ສິ່ງແວດລ້ອມ ແລະ ຊີວິດທີ່ດີຂຶ້ນ ໂດຍບໍ່ປະໃຜໄວ້ຢູ່ທາງຫລັງ.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ໄດ້ກ່າວວ່າ: OCOP ເປັນໂຄງການທີ່ມີປະໂຫຍດຫລາຍ ສໍາລັບການສໍາຫລວດ ແລະ ແບ່ງປັນແນວຄວາມຄິດ ແລະ ປະສົບການຂອງພວກເຮົາ. ພ້ອມກັນນີ້, OCOP ຍັງຈະຊ່ວຍສະໜັບສະໜູນ ໃນການເຂົ້າເຖິງຂໍ້ມູນຂ່າວສານທາງການຕະຫລາດ, ເຕັກໂນໂລຊີການຜະລິດ ແລະ ນຳໃຊ້ນະວັດຕະກຳກະສິກຳ ເຂົ້າໃນທຸລະກິດຂອງເຂົາເຈົ້າ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ສະເໜີໃຫ້ ກາເຟລາວ ເຂົ້າໃນການລິເລີ່ມ OCOP ເຊິ່ງນອກຈາກຄຸນລັກ ສະນະທາງພູມສາດແລ້ວ, ກາເຟ ຍັງມີທ່າແຮງທີ່ຈະຫັນປ່ຽນຊີວິດການເປັນຢູ່ ຂອງຄອບ ຄົວທຸກຍາກເປັນຈຳນວນຫລວງຫລາຍ ແລະ ຜົນປະໂຫຍດຈະຂະຫຍາຍໄປສູ່ຂະແໜງ ການອື່ນໆ ເຊັ່ນ: ສາທາລະນະສຸກ, ໂພຊະນາການ ແລະ ການສຶກສາ.

ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ໃຫ້ຮູ້ວ່າ: ລະ ບົບການຜະລິດກະສິກຳ ມີບົດບາດສຳຄັນໃນການຕອບສະໜອງ ຄວາມຕ້ອງການອາຫານແລະ ປະກອບສ່ວນເຂົ້າໃນເປົ້າໝາຍ ການພັດທະນາແບບຍືນຍົງຕ່າງໆ ໂດຍສະເພາະ SDG 1 (ລົບລ້າງຄວາມທຸກຍາກ), SDG 2 (ລົບລ້າງໄພອືດຫິວ) ແລະ SDG 10 (ການຫລຸດຜ່ອນຄວາມບໍ່ສະເໝີພາບ). ອົງການ FAO ເຊື່ອໝັ້ນວ່າ ດ້ວຍການເພີ່ມທະວີການຮ່ວມມື ແລະ ການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ໃນພາກພື້ນ, ພວກເຮົາສາມາດບັນລຸການຟື້ນຟູ ແບບມີໂຄງສ້າງທີ່ຍືນຍົງ ໂດຍສະເພາະ ຜົນສະທ້ອນມາຈາກການລະບາດພະຍາດ ໂຄວິດ-19 ພວກເຮົາຈະຢືນຢັນ ໃນການສະໜັບສະໜູນປະເທດສະມາຊິກ ເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານ ເພື່ອທຸກຄົນ.

error: Content is protected !!