ສ.ເກົາຫລີ ຍົກເລີກມາດຕະການຄວບຄຸມ ໂຄວິດ-19 ເກືອບທັງໝົດ

ຕາມ​ຂ່າວ​ຈາກ ​ເຊ​ອຸນ, ສ.​ເກົາຫລີ ຍົກ​ເລີກມາດ​ຕະການຄວບ​ຄຸມ​ການ​ແພ່​ລະບາດ​ ໂຄ​ວິດ-19 ​ເກືອບ​ທັງ​ໝົດແລ້ວ ​ໃນວັນ​ທີ 18 ​ເມສາ​ນີ້ ຊຶ່ງ​ຖື​ເປັນ​ບາດກ້າວ​ສຳຄັນ ​​ເພື່ອໃຫ້​ປະຊາຊົນກັບ​ໄປ​ໃຊ້​ຊີວິດຕາມ​ປົກກະຕິ ຫລັງ​ຈາກ ຍອດ​ຜູ້​ຕິດ​​ເຊື້ອລາຍ​ໃໝ່ຕ່ຳ​ກວ່າ 50,000 ຄົນ ​ເປັນຄັ້ງທຳ​ອິດ ​ໃນ​ຮອບ​ກວ່າ  2 ​ເດືອນ​ຜ່ານ​ມາ ​ໂດຍ​ນັບ​ແຕ່​ມື້​ນີ້​ເປັນຕົ້ນ​ໄປຂໍ້​ຈຳກັດ​ຕ່າງໆຖືກ​ຍົກ​ເລີກ ​ເພື່ອ​ໃຫ້​ຮ້ານ​ອາຫານ ​ແລະ ທຸລະ​ກິດ​ອື່ນໆ ​ເປີດ​ຈົນຮອດ​ທ່ຽງ​ຄືນລວມທັງ ​ຄຳ​ສັ່ງ​ຈຳກັດການ​ເຕົ້າ​ໂຮມ​ກັນສູງ​ສຸດ 10 ​ຄົນ ​ແຕ່​ຍັງ​ຄົງ​ໃຊ້​ຄຳ​ສັ່ງ​ ໃຫ້​ປະຊາຊົນ​ໃສ່​ຜ້າ​ອັດ​ປາກ-ດັງ ຕໍ່​ໄປ ຈົນ​ກວ່າ​ຈະ​ພິຈາລະນາໃນ​ອີກ 2 ອາທິດ ​ຕໍ່ໜ້າ.

ປັດຈຸບັນ ສ.​ເກົາຫລີ ພົບ​ຜູ້​ຕິດ​ເຊື້ອ​ສະ​ສົມ​ກວ່າ 16​ ລ້ານ​ຄົນ ​ແລະ ​ເສຍ​ຊີວິດ 21,200 ກວ່າຄົນ ​ໂດຍ​ມີ​ປະຊາຊົນ ​ເຂົ້າຮັບ​ການ​ສັກ​ວັກ​ຊີນປ້ອງ​ກັນ ​ໂຄ​ວິດ-19 ​ຄົບ 2 ​ໂດ​ສ 87%​ ແລະ ວັກ​ຊີນເຂັມ​ກະ​ຕຸ້ນພູມ​ຕ້ານທານ 64% ຈາກ​ປະຊາກອນ ​ທັງ​ໝົດ 52 ລ້ານ​ຄົນ.

error: Content is protected !!