ນໍ້າມັນກາຊວນທີ່ຜະລິດຢູ່  ລາວ ຈະເລີ່ມຈໍາໜ່າຍໃນທ້າຍເດືອນ ພຶດສະພາ ນີ້

ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ໄດ້ເຊັນສັນຍາຊື້-ຂາຍນ້ຳມັນກາຊວນ 10 ລ້ານລິດຕໍ່ເດືອນ ກັບໂຮງງານປຸງແຕ່ງນໍ້າມັນເຊື້ອໄຟຍອດງື່ມພາວເວີ ຈຳກັດ ໃນວັນທີ 11 ພຶດສະພາ 2022 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ແລະ ທ່ານ ສົມຫວັງ ຄຸລຸຣັດ ຜູ້ອຳນວຍການ ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ຈໍາກັດ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີເຈົ້າແຂວງ ຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ສົມຫວັງ ຄຸລຸຣັດ ໄດ້ກ່າວວ່າ: ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ສ້າງຕັ້ງຂຶ້ນໃນເດືອນ ພະຈິກ 2021 ດ້ວຍທຶນຈົດທະບຽນ 100 ຕື້ກີບ, ຕັ້ງຢູ່ບ້ານຍອດງື່ມ ເມືອງ ແປກ ແຂວງ ຊຽງຂວາງ, ດຳເນີນທຸລະກິດດ້ານປຸງແຕ່ງນ້ຳມັນເຊື້ອໄຟ, ມີກຳລັງການຜະລິດ-ປຸງແຕ່ງນໍ້າມັນກາຊວນ ເບື້ອງຕົ້ນ 10 ລ້ານລິດ/ເດືອນ, ຖ້າມີຄວາມຮຽກຮ້ອງຕ້ອງການຂອງສັງຄົມເພີ່ມຂຶ້ນ ທາງໂຮງງານສາມາດເພີ່ມກຳລັງການຜະລິດເປັນ 30 ລ້ານລິດ/ເດືອນ, ໃນປັດຈຸບັນ, ໂຮງງານຢູ່ໃນຂັ້ນຕອນກຽມການຜະລິດ ຄາດວ່າຈະອອກຈໍາໜ່າຍສູ່ສັງຄົມ ໃນທ້າຍເດືອນພຶດສະພາ 2022 ນີ້.

ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ມີຄວາມພ້ອມສະໜອງນ້ຳມັນກາຊວນໃຫ້ແກ່ສັງຄົມ ທີ່ກຳລັງເປັນກະແສຮ້ອນແຮງໃນເວລານີ້, ເນື່ອງຈາກການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກ, ໄດ້ກະທົບໂດຍກົງຕໍ່ເສດຖະກິດບ້ານເຮົາໃນຖານະທີ່ເປັນປະເທດນຳເຂົ້າ. ສະນັ້ນ, ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃຫ້ພຽງພໍກັບຄວາມຕ້ອງການຊົມ ໃຊ້ຂອງສັງຄົມ ແລະ ມີລາຄາຖືກລົງກວ່າໃນປັດຈຸບັນ ໂດຍໄດ້ນຳໃຊ້ແທັກໂນໂລຊີ ເຄື່ອງຈັກທີ່ທັນສະໄໝຈາກ ປະເທດອິຕາລີ ແລະ ຄວບຄຸມການຜະລິດ, ຄຸນນະພາບ ຕາມມາດຕະຖານ ASTM D975, ໂຮງງານ ໄດ້ນໍາໃຊ້ທ່າເຮືອຫງີ້ເສິນ (Nghi Son) ແຂວງ ແທັງຮວາ ສສ ຫວຽດນາມ ເປັນບ່ອນຮັບນໍ້າມັນທີ່ເປັນວັດຖຸດິບ ແລະ ນໍ້າມັນສໍາເລັດຮູບ ທີ່ມາຈາກຕ່າງປະເທດ ແລະ ຈະນໍາເຂົ້າຜ່ານດ່ານພາສີສາກົນ ນໍ້າກັ່ນ ແຂວງ ຊຽງຂວາງ ໂດຍມີໄລຍະທາງຈາກທ່າເຮືອ ຫາ ໂຮງງານ ພຽງແຕ່ 380 ກິໂລແມັດ, ຖືວ່າມີໄລຍະທາງໃກ້ກວ່າ ການນຳເຂົ້າຈາກປະເທດໄທຫລາຍສົມຄວນ.

ທ່ານ ສົມຫວັງ ຄຸລຸຣັດ ຍັງໃຫ້ຮູ້ອີກວ່າ: ພວກເຮົາໄດ້ກໍານົດເອົາແຂວງຫລວງພະບາງ ເປັນຈຸດພັກນໍ້າມັນ ເພື່ອເຮັດໜ້າທີ່ກະຈາຍນໍ້າມັນ ຂອງລັດວິສະຫະກິດນໍ້າມັນເຊື້ອໄຟລາວ ໄປສູ່ບັນດາແຂວງພາກເໜືອໄດ້ຢ່າງທົ່ວເຖິງ. ສໍາລັບແຜນການໃນອະນາຄົດ ໃນເດືອນ ກັນຍາ 2022 ພວກເຮົາຈະຂະຫຍາຍການຜະລິດໄປສູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ.

ຂໍ້ມູນຂ່າວ: ທະນູທອງ

ພາບ: ເກດສະໜາ

error: Content is protected !!