7-Eleven ສາຂາທຳອິດໃນແຂວງຫຼວງພະບາງໄດ້ເປີດຢ່າງເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ.

ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

ຮ້ານສາຂາ LPB PHOSY ບໍລິຫານໂດຍບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເຊິ່ງໄດ້ເຂົ້າມາເປີດ ແລະ ບໍລິຫານ 7-Eleven ໃນ ສປປ.ລາວ ສາຂາທໍາອິດຕັ້ງແຕ່ ເດືອນກັນຍາ ປີ 2023. ປະຈຸບັນມີຮ້ານເປີດໃຫ້ບໍລິການໃນລາວ 12 ສາຂາ, ກະຈາຍຢູ່ໃນນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ, ແຂວງສະຫວັນນະເຂດ, ແຂວງວຽງຈັນ ແລະ ຫຼ້າສຸດແມ່ນແຂວງຫຼວງພະບາງ. ໂດຍເປີດໂອກາດໃຫ້ນັກທຸລະກິດທ້ອງຖິ່ນ ທີ່ສົນໃຈເຂົ້າມາເປັນຜູ້ຮ່ວມທຸລະກິດ ເຮັດໃຫ້ຮ້ານ 7-Eleven ຫຼາຍກວ່າເຄິ່ງໜື່ງ ໃນປັດຈຸບັນດໍາເນີນທຸລະກິດໂດຍນັກທຸລະກິດທ້ອງຖິ່ນຄົນລາວ ທີ່ມີສັກກະຍະພາບ ທຸກໆພື້ນທີ່ ທີ່ມີຮ້ານ 7-Eleven ຕັ້ງຢູ່ ບໍ່ພຽງແຕ່ນໍາສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບ ແຕ່ມັນຍັງສ້າງວຽກເຮັດງານທໍາໂດຍຜ່ານການຈ້າງງານໂດຍກົງ ແລະ ທາງອ້ອມໃນທຸລະກິດທີ່ກ່ຽວຂ້ອງ.

ຮ້ານ 7-Eleven ໃນແຂວງຫຼວງພະບາງ ​ຈະ​ຊ່ວຍ​ສົ່ງ​ເສີມ​ຈຸດ​ແຂງ​ຂອງ​ພື້ນທີ່ນີ້ໃນດ້ານ​​ການ​ທ່ອງ​ທ່ຽວ ດ້ວຍການຍົກລະດັບການບໍລິການ ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວຕະຫຼອດ 24 ຊົ່ວໂມງ ແລະ ດ້ວຍການດໍາເນີນທຸລະກິດໂດຍຍຶດໝັ້ນຄ່ານິຍົມ 3 ປະໂຫຍດຂອງເຄືອບໍລິສັດ ຈະເລີນໂພກກະພັນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະເທດ ແລະ ປະຊາຊົນ, ຕະຫຼອດໂດຍຢຶດໝັ້ນປະນິທານ Giving and Sharing ຂອງ ຊີພີ ອໍລ໌, ພວກເຮົາຈະຊຸກຍູ້ໃຫ້ 7-Eleven ກາຍເປັນຮ້ານສະດວກຊື້ຄຽງຄູ່ຊຸມຊົນ ແລະ ສັງຄົມ ເປັນ​ສ່ວນ​ໜຶ່ງ​ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ໃຫ້​ເຕີບ​ໂຕ​ຢ່າງ​ຍືນ​ຍົງຕໍ່ໄປ.

error: Content is protected !!