ສາເຫດຜົມຂາດ-ຫຼົ່ນ

ສາເຫດທີ່ເຮັດໃຫ້ຜົມຂາດ ແລະຫຼົ່ນນັ້ນມີ 5 ຫຼາຍສາເຫດຫຼັກໆ ດັ່ງນີ້:

  1. ການເຮັດຜົມດ້ວຍການໃຊ້ໄຟຟ້າ ແລະ ຄວາມຮ້ອນສູງ ເຊັ່ນ ການໄດຜົມ, ມ້ວນຜົມ, ລີດຜົມດ້ວຍຄວາມຮ້ອນ ຫຼື ເຮັດຊົງຜົມແບບຮຸນແຮງເກີນໄປ ກໍອາດຈະເຮັດໃຫ້ຜົມຂາດ ແລະ ຫຼົ່ນໄດ້.
  2. ມີຄວາມຕຶງຄຽດຕິດຕໍ່ກັນ ໂດຍສະເພາະຜູ້ທີ່ພັກຜ່ອນໜ້ອຍ ຫຼື ເຮັດວຽກໜັກຕິດຕໍ່ກັນເປັນເວລາດົນ.
  3. ການຫຼຸດນໍ້າໜັກທີ່ເຄັ່ງຄັດຫຼາຍເກີນໄປ ກໍເຮັດໃຫ້ຜົມຫຼົ່ນ ແລະ ຂາດໄດ້ ເພາະຂາດການບຳລຸງທີ່ພຽງພໍ.
  4. ເມື່ອເສັ້ນຜົມຕ້ອງປະເຊີນກັບສານເຄມີທີ່ເຂັ້ມຂຸ້ນຈາກການເຮັດສີຜົມ, ການຢືດ, ການຕັດ ແບບຕໍ່ເນື່ອງກັນເປັນເວລາດົນ.
  5. ການຂາດການບຳລຸງດ້ວຍອາຫານ, ການເຊັດຜົມ ແລະ ຫວີຜົມ ໃນເວລາຜົມປຽກ ກໍເປັນສາເຫດເຮັດໃຫ້ຜົມສາວໆຂາດ ແລະ ຫຼົ່ນໄດ້ຄືກັນ.

ເຄັດລັບຜົມງາມດ້ວຍສານອາຫານ

  • ວິຕາມິນ: ເພື່ອຊ່ວຍໃຫ້ເສັ້ນຜົມຈະເລີນເຕີບໂຕ ພົບໃນເຂົ້າຈີ່ທີ່ເຮັດຈາກແປ້ງບໍ່ຂັດຂາວ (Wholegrain), ຜະລິດຕະພັນຈາກນົມ ແລະ ຜັກໃບຂຽວ ໂດຍການກິນຢ່າງໜ້ອຍ 3 ຄັ້ງຕໍ່ມື້.
  • ກົດໄຂມັນທີ່ຈຳເປັນ: ຖ້າຜົມຂາດກົດໄຂມັນທີ່ຈຳເປັນໄປ ຜົມຈະແຫ້ງ. ກົດໄຂມັນທີ່ຈໍາເປັນຕໍ່ຮ່າງກາຍນັ້ນຄື ນໍ້າມັນປາ, ຖົ່ວ, ແກ່ນພືດ, ໝາກໄມ້ທີ່ມີເປືອກແຂງຊະນິດຕ່າງໆ ແລະ ຄວນກິນຢ່າງໜ້ອຍ 2 ຄັ້ງ.
  • ໂປຣຕິນ: ຖ້າບໍ່ໄດ້ຮັບໂປຣຕິນ ຜົມກໍຈະຂາດຄວາມມີຊີວິດຊີວາ, ບໍ່ງາມ ເພາະບໍ່ສາມາດສະທ້ອນແສງ ຊຶ່ງມີຫຼາຍໃນໄຂ່ປາ, ຜະລິດຕະພັນຈາກນົມ, ຖົ່ວຕ່າງໆ ແລະ ຊີ້ນ ຊຶ່ງໃນແຕ່ລະມື້ຄວນກິນມື້ລະ 2 ຄັ້ງ.
  • ວິຕາມິນA ແລະໄບໂອຕິນ: ນອກຈາກຈະຊ່ວຍໃຫ້ຜົມຈະເລີນເຕີບໂຕໄດ້ດີແລ້ວ ຍັງຊ່ວຍບຳລຸງເລັບອີກດ້ວຍ ຊຶ່ງພົບຫຼາຍຢູ່ໃນໄຂ່, ປາ, ນົມ, ໝາກໄມ້ເປືອກແຂງ, ແກ່ນຖົ່ວ ແລະ ຄວນກິນອາຫານທີ່ອຸດົມໄປດ້ວຍ ໄບໂອຕິນມື້ລະ 2 ຄັ້ງ.
error: Content is protected !!