ສະມາຄົມນໍ້າມັນເຊື້ອໄຟ ລາວ ສະເໜີ 3 ບັນຫາຕໍ່ລັດຖະບານ

ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນ້ໍາມັນເຊື້ອໄຟລາວ ແລະ ອາຍແກັສລາວ (ສນກ) ໄດ້ຜ່ານບົດສະຫຼຸບຂອງ ສະມາຄົມປີ 2021 ແລະ ທິດທາງແຜນການປີ 2022 ໃນກອງປະຊຸມ ສນກ ປະຈໍາປີ 2022 ວັນທີ 10 ພຶດສະພາ ມີບາງຕອນ ໄດ້ສະເຫນີຂໍ້ຄິດເຫັນຕໍ່ພາກລັດ 3 ບັນຫາຄື:

1. ການປັບໂຄງສ້າງລາຄານ້ໍາມັນເຊື້ອໄຟ ປັບລາຄາ CIF ໃຫ້ສອດຄ່ອງຕາມການ ເຫນັງຕີງຂອງລາຄານ້ໍາມັນໃນຕະຫຼາດໂລກ ປັບອັດຕາພາສີ ອາກອນ ແລະ ຄ່າທໍານຽມການນໍາເຂົ້າ ແລະ ການຈໍາຫນ່າຍນໍ້າມັນເຊື້ອໄຟໃຫ້ສອດຄ່ອງຕາມກົດຫມາຍ ແລະ ພັນທະດ້ານພາສີ-ອາກອນຂອງກຸ່ມປະເທດ ອາຊຽນ

2. ປັບຄ່າບໍລິການໃຫ້ບໍລິສັດ ນໍ້າມັນເຊື້ອໄຟ ເພື່ອຊ່ວຍໃນການດັດສົມລາຄານໍ້າມັນ ແລະ ແຮຮອງສຸກເສີນ ເພີ່ມຄວາມຖີ່ໃນການປັບລາຄານໍ້າມັນເຊື້ອໄຟ ຈາກສະເລ່ຍ 15 ວັນ ມາເປັນ 7 ວັນ ໃນກໍລະນີລາຄານ້ໍາມັນໃນຕະຫຼາດໂລກເພີ່ມຂຶ້ນສູງຫຼາຍ

3. ສະເຫນີໃຫ້ພາກລັດມີການຫຼຸດ ຜ່ອນ ຫຼື ໂຈະການເກັບເງິນຄ່າບູລະນະທາງ ຫຼຸດອັດຕາພາສີ ອາກອນ ຄ່າທໍານຽມການນໍາເຂົ້າ ແລະ ການຈໍາຫນ່າຍນໍ້າມັນເຊື້ອ ໄຟ ເພື່ອບໍ່ໃຫ້ລາຄານ້ໍາມັນທີ່ຈໍາຫນ່າຍໃນສັງຄົມແພງຈົນເກີນໄປ.

ການສະຫນອງເງິນຕາຕ່າງປະເທດ ແລະ ອັດຕາແລກປ່ຽນ ສະເຫນີໃຫ້ຂະແຫນງການເງິນຈັດສັນເງິນຕາຕ່າງປະເທດ ເພື່ອ ສະຫນອງໃຫ້ບໍລິສັດນໍາເຂົ້ານ້ໍາມັນ ສໍາລັບຈັດຊື້ນ້ໍາມັນເຊື້ອໄຟ ແລະ ຊໍາລະຄ່າຂົນສົ່ງໃຫ້ຕ່າງປະເທດຢ່າງຫນ້ອຍ 50% ຂອງ ຄວາມຕ້ອງການສະເລ່ຍເດືອນລະ 60 ລ້ານໂດລາ ດັດສົມອັດຕາແລກປ່ຽນເງິນຕາຕ່າງປະເທດລະຫວ່າງທະນາຄານທຸລະກິດ ຂອງລັດ ທະນາຄານຕ່າງປະເທດ ແລະ ຮ້ານແລກປ່ຽນເງິນບໍ່ໃຫ້ມີຄວາມແຕກຕ່າງກັນຫຼາຍເກີນໄປ.

ຂັ້ນຂອດໃນການຄຸ້ມຄອງຂອງພາກລັດ ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາດ້ານການນໍາເຂົ້ານ້ໍາມັນເຊື້ອ ໄຟຢູ່ດ້ານຕົ້ນທາງ ເພື່ອຮັບປະກັນໃຫ້ການຈັດເກັບພາສີ-ອາກອນ ແລະ ປະຕິບັດພັນທະງົບປະມານຢ່າງຖືກຕ້ອງຕົບຖ້ວນ ຫຼຸດຜ່ອນຂັ້ນຂອດ ແລະ ຄ່າໃຊ້ຈ່າຍໃນການນໍາເຂົ້າ ການຂົນສົ່ງ ການເຄື່ອນຍ້າຍ ແລະ ການບໍລິການນ້ໍາມັນເຊື້ອໄຟ ອາຍ ແກັສ ນ້ໍາມັນເຄື່ອງ ແລະ ສິນຄ້າອື່ນໆທີ່ຕິດພັນກັບທຸລະກິດຂອງ ສູນກ ທົບທວນຄືນນິຕິກໍາຂອງພາກລັດ (ຂັ້ນສູນກາງ ແລະທ້ອງຖິ່ນ) ທີ່ຕິດພັນກັບການຄຸ້ມຄອງນໍ້າມັນເຊື້ອໄຟໃຫ້ສອດຄ່ອງຕາມລະບຽບກົດຫມາຍ ແລະ ສາມາດປະຕິບັດໃຫ້ເປັນ ເອກະພາບກັນ ພິຈາລະນາການອະນຸຍາດປຸກສ້າງປ້ໍານ້ໍາມັນໃນບາງຈຸດໃຫ້ສອດຄ່ອງຕາມລະບຽບການ ເພື່ອໃຫ້ມີການແຂ່ງ ຂັນທີ່ຍຸຕິທໍາ ແລະ ຮັບປະກັນດ້ານຄວາມປອດໄພ ທົບທວນຄືນກ່ຽວກັບການປະຕິບັດດໍາລັດ 331/ນຍ ວ່າດ້ວຍທຸລະກິດ ນ້ໍາມັນເຊື້ອໄຟ ໂດຍການປັບປຸງ ຫຼື ດັດແກ້ບາງເນື້ອໃນ-ບາງມາດຕາໃຫ້ຊັດເຈນຂຶ້ນຕື່ມ ແລະ ມີຄວາມເປັນເອກະພາບໃນ ການຈັດຕັ້ງປະຕິບັດ.

ການສະເຫນີດັ່ງກ່າວເພື່ອຮັບປະກັນໃຫ້ມີນ້ໍາມັນເຊື້ອໄຟ ອາຍແກັສ ແລະ ນ້ໍາມັນເຄື່ອງ ທີ່ເປັນສິນຄ້າກະທົບໄວຕໍ່ ເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຮັບໃຊ້ສັງຄົມຢ່າງເປັນປົກກະຕິ ໂດຍຜູ້ປະກອບການສາມາດ ເຄື່ອນໄຫວທຸລະກິດຕາມກົນໄກຕະຫຼາດທີ່ມີການແຂ່ງຂັນຍຸຕິທໍາ ປະກອບສ່ວນພັດທະນາງົບປະມານຢ່າງຖືກຕ້ອງ ພາຍໃຕ້ ການຄຸ້ມຄອງ ແລະ ອໍານວຍຄວາມສະດວກຂອງພາກລັດ.

ທີ່ມາ: ວຽງຈັນໃຫມ່

error: Content is protected !!