ເປີດຂື້ນຢ່າງເປັນທາງການກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ຕອນເຊົ້າຂອງວັນທີ 9 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໄດ້ມີພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍມີ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ມີບັນດາປະມຸກລັດ,​ ຫົວໜ້າລັດຖະບານປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ ພ້ອມດ້ວຍຄູ່ສົມລົດ, ບັນດາລັດຖະມົນຕີ ແລະ ເຈົ້າຫນ້າທີ່ອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ, ລັດຖະມົນຕີຕ່າງປະເທດ ແລະ ເຈົ້າຫນ້າທີ່ອາວຸໂສຕີມໍແລັດສະເຕ, ເລຂາທິການໃຫຍ່ ແລະ ຮອງເລຂາທິການໃຫຍ່ອາຊຽນ, ບັນດາຜູ້ຕາງໜ້າຖາວອນປະຈຳອາຊຽນ, ຫົວໜ້າກົມ, ບັນດາແຂກຂອງປະທານ ແລະ ບັນດາຜູ້ແທນ ເຂົ້າຮ່ວມ.


ໃນພິທີດັ່ງກ່າວ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ ແລະ ບັນດາຄະນະຜູ້ແທນສູ່ ນະຄອນຫລວງວຽງຈັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງອາຊຽນຕະຫຼອດໄລຍະ 57 ປີ ຜ່ານມາ ໂດຍສະເພາະໃນຂະບວນການສ້າງປະຊາຄົມອາຊຽນ ກໍຄື ການປະກອບສ່ວນອັນສໍາຄັນໃນພາລະກິດ ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ, ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ. ຜົນສໍາເລັດທີ່ກ່າວມານັ້ນ ເປັນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນຕະຫລອດມາ. ທ່ານ ປະທານປະເທດ ໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາປະເທດສະມາຊິກອາຊຽນ, ບັນດາຄູ່ເຈລະຈາ, ບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ກອງເລຂາອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງຕໍ່ເນື່ອງແກ່ ສປປ ລາວ ໃນການເຄື່ອນໄຫວວຽກງານອາຊຽນ ກໍຄື ການເປັນປະທານອາຊຽນ ໃນໄລຍະຜ່ານມາ, ໂດຍສະເພາະການເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ນີ້ ແລະ ໄດ້ອວຍພອນໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ.


ໃນພິທີເປິດຄັ້ງນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານອາຊຽນ ກໍ່ໄດ້ຢໍ້າເຖິງຄວາມສຳຄັນຂອງການເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ໄດ້ໃຫ້ກຽດມອບລາງວັນອາຊຽນໃຫ້ແກ່ອົງການຊາວໜຸ່ມອາຊຽນ (ASEAN Youth Organization), ຊຶ່ງເປັນອົງການຊາວໜຸ່ມພາກພື້ນ ທີ່ມີໜ່ວຍງານຕັ້ງຢູ່ປະເທດອິນໂດເນເຊຍ, ຊື່ງໄດ້ມີຜົນງານໃນການປະກອບສ່ວນສົ່ງເສີມການຮ່ວມມືທີ່ມີຄວາມຫຼາກຫຼາຍ ທາງດ້ານວັດທະນະທຳຂອງບັນດາຊາວໜຸ່ມອາຊຽນ ແລະ ເສີມຂະຫຍາຍຄວາມເປັນເອກະລັກຂອງອາຊຽນໃຫ້ແກ່ຊາວໜຸ່ມພາກພື້ນ.​


ສປປ ລາວ ເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ພາຍ ໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງເປັນເຫດການທີ່ມີຄວາມໝາຍສຳຄັນ ແລະ ໃຫຍ່ທີ່ສຸດໃນປີ 2024, ຊຶ່ງກອງປະຊຸມສຸດຍອດຄັ້ງນີ້ຈະດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 9-11 ຕຸລາ 2024.

error: Content is protected !!