ເລີ່ມວັນທີ 1 ຕຸລາ 2024 ກະຊວງແຮງງານອອກແຈ້ງການກ່ຽວກັບການຈ່າຍເງິນອຸດໜຸນຄ່າຄອງຊີບໃຫ້ຜູ້ອອກແຮງງານທີ່ມີລາຍໄດ້ຕ່ຳ.

  • ໃຫ້ນາຍຈ້າງ ຫຼື ຜູ້ປະກອບການ ຈ່າຍເງິນອຸດໜູນໃຫ້ລູກຈ້າງ ຂອງຕົນຈຳນວນ 900,000 ກີບ/ຄົນ/ເດືອນ ບໍ່ໃຫ້ຕໍ່າກວ່າ 2,500,000 ກີບ/ຄົນ/ເດືອນ.
  • ຜູ້ທີ່ຈະໄດ້ຮັບເງິນອຸດໜູນຄ່າຄອງຊີບ: ແມ່ນຜູ້ທີ່ເຮັດວຽກຢູ່ຫົວໜ່ວຍແຮງງານ ທັງໃນລະບົບ ແລະ ນອກລະບົບ ມີລາຍໄດ້ ຕ່ຳກວ່າ 2,500,000 ກີບ/ຄົນ/ເດືອນໂດຍຍັງ ບໍ່ລວມເງິນນະໂຍບາຍອື່ນ.
  • ນາຍຈ້າງ ຫຼື ຜູ້ປະກອບການ ແມ່ນໃຫ້ຮີບຮ້ອນປັບປຸງແກ້ໄຂໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.
  • ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເປັນເຈົ້າການ ໃນການໂຄສະນາເຜີຍແຜ່ ແລະ ກວດກາການຈັດຕັ້ງປະຕິບັດ.
error: Content is protected !!