ເມືອງບຸນໃຕ້ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ.

ເນື່ອງຈາກການເຄື່ອນຕົວຂອງພາຍຸຢາກິ ເຮັດໃຫ້ມີຝົນຕົກຕິດຕໍ່ກັນຫຼາຍວັນເປັນບໍລິເວນກ້ວາງໃນຂອບເຂດທົ່ວແຂວງຜົ້ງສາລີ ໂດຍສະເພາະເມືອງບຸນໃຕ້ ເຮັດໃຫ້ນໍ້າຫຼາຍສາຍ ເປັນຕົ້ນ: ນໍ້າລານ ແລະ ນໍ້າບຸນ ທີ່ໄຫຼຜ່ານເທດສະບານເມືອງບຸນໃຕ້ ມີລະດັບນໍ້າເພີ້ມຂຶ້ນຢ່າງຕໍ່ເນື່ອງ

ມາຮອດເວລາປະມານ 24:00 ໂມງ ຂອງຄ່ຳຄືນວັນທີ 10 ກັນຍາ 2024 ເຮັດໃຫ້ນໍ້າສາຍດັ່ງກ່າວມີລະດັບຂື້ນສູງໄຫຼລົ້ນຝັງເຂົ້າຖ້ວມບ້ານເຮືອນປະຊາຊົນ,ເສັ້ນທາງ, ຕະຫຼາດ, ໂຮງຮຽນ, ສັດລ້ຽງ ແລະ ຜົນລະປູກ ໃນເຂດບ້ານ ບູນໃຕ້, ບ້ານໂພທອງ ແລະ ບ້ານນາຫວາຍ ໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ.

ຕໍ່ກັບສະພາບດັ່ງກ່າວ ທາງການນຳເມືອງ ກໍ່ຄືພາກສ່ວນທີ່ກ່ຽວຂ້ອງໄດ້ລະດົມສຸມທຸກກຳລັງແຮງພ້ອມກັນສາມັກຄີ ເຂົ້າຊ່ວຍເຫຼື່ອພໍ່ແມ່ປະຊາ ຊົນທີ່ຖືກຜົນກະເຊິ່ງໄດ້ຍົກຍ້າຍເອົາຄົນ, ເຄື່ອງໃຊ້ຕ່າງໆ, ສັດລ້ຽງ ແລະ ພາຫະນະໄປໄວ້ບ່ອນສູງທີ່ມີຄວາມປອດໄພ.

ສະນັ້ນ, ຈຶ່ງແຈ້ງເຕືອນ ມາຍັງພໍ່ແມ່ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າດັ່ງກ່າວ ໃຫ້ມີສະຕິເຝົ້າລະວັງຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ຕິດຕາມລະດັບນໍ້າລານ ແລະ ນໍ້າບຸນ ທີ່ອາດຈະສູງຂຶ້ນ ເຖິ່ງຂີດອັນຕະລາຍ ເພື່ອປ້ອງກັນຄວາມເສຍຫາຍ ແລະ ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃຫ້ທັນເວລາ ພ້ອມກັນຕິດຕາມຂ່າວການປ່ຽນແປງຂອງສະພາບດິນຟ້າອາກາດຈາກກົມອຸຕຸນິຍົມ ອຸທົກກະສາດ, ຈາກວິທະຍຸ, ລະບົບໂທລະໂຄ່ງ ແລະ ສື່ສັງຄົມອອນລາຍຕ່າງໆ ທີ່ເປັນທາງການ ແລະ ໜ້າເຊື່ອຖື ໃຫ້ແຕ່ລະບ້ານເອົາໃຈໃສ່ຈັດຕັ້ງພັດປ່ຽນກັນເວນຍາມຕະຫຼອດ 24 ຊົ່ວໂມງ, ເກັບມ້ຽນເຄື່ອງຂອງທີ່ມີຄ່າ, ສັດລ້ຽງ ໃຫ້ພາກັນຍົກຍ້າຍໄປບ່ອນທີ່ສູງ ແລະ ເພື່ອຮັບປະກັນຄວາມປອດໄພທັງຊີວິ ແລະ ຊັບສິນ.

error: Content is protected !!