ກິນຖົ່ວ ຊ່ວຍໃຫ້ອາຍຸຍືນ

ນັກວິໄຈ ໄດ້ທຳການສຶກສາ ແລະ ຕິດຕາມຜົນເປັນໄລຍະເວລາ 30 ປີ ກັບຊາວອາເມຣິກາ ໃນຜູ້ຊາຍ 76,000 ຄົນ ແລະ ຜູ້ຍິງ 42,000 ຄົນ ທີ່ບໍ່ມີປະຫວັດ ວ່າ ເຄີຍເປັນໂຣກຫົວໃຈ, ໂຣກຫຼອດເລືອດສະໝອງ ຫຼື ໂຣກມະເຮັງ ມາກ່ອນ ຊຶ່ງເມື່ອປຽບທຽບກຸ່ມທີ່ກິນຖົ່ວ ກັບກຸ່ມທີ່ບໍ່ກິນຖົ່ວ ແລ້ວພົບວ່າ ກຸ່ມທີ່ກິນຖົ່ວຫຼາຍກວ່າ ຈະມີຄວາມສ່ຽງຕໍ່ການເສຍຊີວິດໜ້ອຍກວ່າ ຜູ້ທີ່ກິນຖົ່ວອາທິດລະຄັ້ງ ຈະຫຼຸດຄວາມສ່ຽງຕໍ່ການເສຍຊີວິດໄດ້ 11%. ໃນຂະນະດຽວກັນ ທີ່ຜູ້ກິນຖົ່ວອາທິດລະ 2-4 ຄັ້ງ ຈະຫຼຸດຄວາມສ່ຽງຕໍ່ການເສຍຊີວິດໄດ້ເຖິງ 20% ເນື່ອງຈາກພາຍໃນຖົ່ວອຸດົມໄປດ້ວຍ ສານອາຫານທີ່ມີປະໂຫຍດຫຼາຍຢ່າງ ຊຶ່ງປະກອບໄປດ້ວຍກົດໄຂມັນບໍ່ອີ່ມຕົວ, ໃຍອາຫານ, ວິຕາມິນ, ເກືອແຮ່ ແລະ ສານຕ້ານອະນຸມູນອິດສະຫຼະ ຈຶ່ງຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດໂຣກຫົວໃຈ, ໂຣກເບົາຫວານຊະນິດທີ 2 ແລະ ໂຣກມະເຮັງບາງຊະນິດ.

ຜູ້ທີ່ກິນຖົ່ວເລື້ອຍໆ ມີທ່າອ່ຽງທີ່ຈະມີສຸຂະພາບດີ ເພາະພວກເຂົາຈະມີຮູບຮ່າງຈ່ອຍ ເຮັດໃຫ້ຫຼຸດຄວາມສ່ຽງຕໍ່ການເກີດໂຣກອ້ວນ ລວມທັງມີລະດັບຄໍເລດສະເຕີຣອນທີ່ຕໍ່າລົງ, ລະດັບນໍ້າຕານໃນເລືອດຫຼຸດລົງ ແລະ ມີຂະໜາດຮອບແອວຫຼຸດລົງ. ຢ່າງໃດກໍຕາມ ເຖິງແມ່ນວ່າ ຖົ່ວຈະເປັນພຽງໜຶ່ງໃນອາຫານທີ່ເຕັມໄປດ້ວຍຄຸນປະໂຫຍດກໍຕາມ ແຕ່ບໍ່ສາມາດທົດແທນອາຫານອື່ນໆໄດ້ທັງເໝິດ. ສະນັ້ນ ຈຶ່ງຄວນກິນອາຫານອື່ນໆ ທີ່ມີປະໂຫຍດຕໍ່ຮ່າງກາຍພ້ອມ ຊຶ່ງສາມາດເລືອກກິນຖົ່ວແທນອາຫານວ່າງຊະນິດອື່ນ ຫຼື ຂອງຫວານໄດ້.

error: Content is protected !!