ຖືເອົາການປູກເຂົ້າເປັນອາຊີບຕົ້ນຕໍ ສ້າງລາຍຮັບ 100 ກວ່າລ້ານກີບຕໍ່ປີ

ຄອບຄົວຂອງ ທ່ານ ທອງຊ່ຽນ ວິໄລສິດ ອາຊີບປະຊາຊົນຢູ່ບ້ານດອນຕູມ ເມືອງນານ ແຂວງຫຼວງພະບາງ ແມ່ນໜຶ່ງໃນຄອບຄົວຕົວແບບໃນການຜະລິດເຂົ້າ ຕາມທ່າແຮງທີ່ມີຢູ່ເພື່ອຂາຍເປັນສິນຄ້າ, ພາຍໃນຄອບຄົວມີສະມາຊິກທັງໝົດ 6 ຄົນ ໃນນີ້ ແຮງງານຕົວຈິງມີ 2 ຄົນ ເຊິ່ງເປັນອີກໜຶ່ງຄອບຄົວທີ່ມີຄວາມດຸໝັ່ນຂະຫຍັນພຽນ ໂດຍໄດ້ຫັນເອົາການປູກເຂົ້າເປັນອາຊີບຕົ້ນຕໍ ເພື່ອຕອບສະໜອງການບໍລິ ໂພກຕາມທ້ອງຕະຫຼາດ.

ທ່ານ ທອງຊ່ຽນ ວິໄລສິດ ໃຫ້ຮູ້ວ່າ: ໃນຄອບຄົວມີເນື້ອທີ່ນາທັງໝົດ 1 ເຮັກຕ່າເຄີ່ງ ສາມາດຜະລິດເຂົ້າໄດ້ທັງສອງລະດູ ຄື: ນາປີ ແລະນາແຊງ ຜົນຜະລິດໄດ້ທັງໝົດ 10 ໂຕ່ນຕໍ່ລະດູ, ສະເລ່ຍລາຍຮັບຈາກການຂາຍເຂົ້າທັງໝົດ 160 ກວ່າລ້ານກີບຕໍ່ປີ ໃນເບື້ອງຕົ້ນການປູກເຂົ້າແມ່ນປູກແບບປະຖົມປະຖານ ຕາມທໍາມະຊາດ ແຕ່ພາຍ ຫຼັງຫັນເອົາເຕັກນິກວິທີການແບບໃໝ່ ເຂົ້າໃນການຜະລິດ ໂດຍໄດ້ນໍາໃຊ້ເຄື່ອງຈັກໃນການປັກດໍາ ເຊິ່ງໄດ້ປັກດໍາໃນໄລຍະຕົ້ນເດືອນກໍລະກົດຂອງທຸກປີ ພາຍຫຼັງປັກດໍາໄດ້ປະມານ 1 ອາທິດ ໄດ້ຫວ່ານປຸ໋ຍໃນຮອບທໍາອິດ ເພື່ອກະຕຸ້ນການຈະເລີນເຕີບໂຕຂອງຕົ້ນເຂົ້າ ພ້ອມທັງບົວລະບັດຮັກສາຕົ້ນເຂົ້າ ບໍ່ໃຫ້ສັດຕູພືດທໍາລາຍ, ຈາກນັ້ນ ອີກປະມານ 1 ເດືອນໄດ້ຫວ່ານປຸ໋ຍໃນຮອບທີ່ສອງ.

ທ່ານ ທອງຊ່ຽນ ວິໄລສິດ ໃຫ້ຮູ້ຕື່ມວ່າ: ມາເຖິງປັດຈຸບັນໃນຄອບຄົວ ສາມາດສ້າງລາຍຮັບທີ່ໝັ້ນທ່ຽງ ແລະກາຍເປັນຄອບຄົວເຫຼືອກິນ, ສະແດງອອກມີເຮືອນຢູ່ຖາ ວອນໜຶ່ງຫຼັງ, ມີລົດໃຫຍ່ໜຶ່ງຄັນ ແລະໄດ້ສົ່ງລູກໄປຮຽນຕໍ່ວິຊາຊີບຈົນຈົບ, ໂອກາດນີ້ ທ່ານໄດ້ເຊີນຊວນ ຜູ້ທີ່ມີເງື່ອນໄຂໃຫ້ຫັນມາສ້າງເສດຖະກິດເປັນຂອງຕົນເອງ ເພື່ອສ້າງລາຍຮັບເຂົ້າຄອບຄົວ ແລະເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

error: Content is protected !!