10 ບ້ານ 1.331 ຄອບຄົວ ຂອງເມືອງຄອບແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

ໃນລະຫວ່າງວັນທີ 20-21 ສິງຫາ 2024 ທີ່ຜ່ານມານີ້, ຢູ່ເມືອງຄອບ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກຫຼາຍມື້ຕິດຕໍ່ກັນເປັນເວລາຫລາຍຊົ່ວໂມງ ເຮັດໃຫ້ແມ່ນໍ້າຄອບ, ນ້ຳພ້າວ, ນ້ຳໂປດ, ນ້ຳປາຍ, ນ້ຳຖານ ແລະ ແມ່ນໍ້າສາຍຕ່າງໆອີກຈຳນວນໜຶ່ງມີລະດັບນໍ້າເພີ່ມຂື້ນ ສູງເຮັດໃຫ້ເກີດນໍ້າຖ້ວມໄຫລຊຸເນື້ອທີ່ການຜະລິດ, ສຳນັກງານອົງການ, ໂຮງຮຽນ, ໂຮງໝໍ ແລະ ເຮືອນຊານບ້ານຊ່ອງຂອງພໍ່ແມ່ປະຊາຊົນໄດ້ຮັບຄວາມເສຍຫາຍເປັນຈຳນວນຫຼາຍ

ໃນນັ້ນມີຈຳນວນທັງໝົດ 10 ບ້ານ, ມີຄອບຄົວທີ່ໄດ້ຮັບຜົນກະທົບທັງໝົດ 1.331 ຄອບຄົວ. ມວນນໍ້າໄດ້ໄຫຼເຂົ້າຖ້ວມທີ່ຢູ່ອາໄສຂອງພໍ່ແມ່ປະຊາຊົນເຂດພື້ນທີ່ຕໍ່າ ຢູ່ລຽບຕາມແຄມແມ່ນໍ້າ, ເນື້ອທີ່ນາ, ເນື້ອທີ່ສວນ, ໜອງປາ ຂອງປະຊາຊົນເປັນບໍລິເວນກ້ວາງ, ຊົນລະປະທານ, ຂົວ, ຖະຫນົນຫົນທາງ ໄດ້ຮັບຄວາມເສຍຫາຍເປັນຈຳນວນຫລວງຫລາຍ, ເຮັດໃຫ້ເສົາໄຟຟ້າຫັກ, ນ້ຳປະປາຂາດ, ສັນຍານໂທລະສັບບໍ່ມີເປັນເວລາຫລາຍວັນ. ປັດຈຸບັນທາງກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ໜ່ວຍງານທີ່ກ່ຽວຂ້ອງພວມລົງເກັບກໍາຂໍ້ມູນຜົນເສຍຫາຍ.

error: Content is protected !!