ນາຍົກ ສີລັງກາ ລາອອກຈາກຕຳແໜ່ງ ເນື່ອງ​ຈາກ​ເປັນ​ທາງ​ອອກ​ທີ່​ດີ​ສຸດ ​ໃນ​ການ​ຫລຸດຜ່ອນຄວາມ​ຮຸນ​ແຮງຂອງ​ວິ​ກິດ​ການ​ທີ່​ເກີດ​ຂຶ້ນ

ສຳນັກ​ຂ່າວ ຣອຍ​ເຕີ ລາຍງານ, ວັນ​ທີ 9​ ພຶດສະພາ ​ນີ້ວ່າ ທຳນຽບ ລັດຖະບານ​ ສີ​ລັງກາ ອອກ​ຖະ​ແຫລ​ງ ການ​ວ່າ:ທ່ານ ມາ​ຫິນ​ທາ ຣາຈາ​ປັດ​ຊາ (Mahinda Rajapaksa), ລາ​ອອກ​ຈາກ​ ຕໍາ​ແໜ່​ງ ນາຍົກ ລັດຖະມົນຕີ ສີ​ລັງກາ ​ເນື່ອງ​ຈາກ​ ເປັນ​ທາງ​ອອກ​ທີ່​ດີ​ສຸດ ​ໃນ​ການ​ຫລຸດຜ່ອນຄວາມ​ຮຸນ​ແຮງຂອງ​ວິ​ກິດ​ການ​ທີ່​ເກີດ​ຂຶ້ນ​ ​ແລະ ​ເພື່ອ​ການ​ຈັດຕັ້ງ ລັດຖະບານຊຸດ​ໃໝ່ ພາຍຫລັງປະກາດສະຖານະ​ການ​ສຸກ​ເສີນ ຕັ້ງ​ແຕ່​ທ້າຍ​ອາທິດຜ່ານ​ມາ ​ເນື່ອງ​ຈາກ ​ມີ​ການ​ປະ​ທ້ວງຮຸນ​ແຮງຂະຫຍາຍ​ອອກເປັນ​ວົງ​ກວ້າງ ​ເຮັດ​ໃຫ້​ເກີດ​ການປະ​ທະ​ກັນ ລະຫວ່າງ​ ກຸ່ມ​ຄົນ​ປະ​ທ້ວງ ​ແລະ ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະ​ເຫງົາ ມີ​ຜູ້​ບາດ​ເຈັບກວ່າ 20​ ຄົນ.

ປັດຈຸບັນ ສີ​ລັງກາ ພວມ​ຜະ​ເຊີນ​ກັບວິກິດທາງ​ເສດຖະກິດຮຸນ​ແຮງ​ທີ່​ສຸດ ນັບ​ແຕ່​​ໄດ້​ຮັບ​ເອກະລາດຈາກ ​ອັງກິດ ​ເມື່ອປີ 1948, ບັນຫາ​ການ​ຂາດ​ແຄນອາຫານ​ ແລະ ​ພະລັງງານ​ສົ່ງ​ຜົນ​ໃຫ້​ມີການ​ຕັດ​ໄຟຟ້າ ​ວັນ​ລະ 13 ຊົ່ວ​ໂມງ ​ແລະ ບັນຫາ​ອື່ນໆ​ອີກ.

ຮຽບຮຽງ​ຂ່າວ​ໂດຍ:ສະ​ໄຫວ ລາດ​ປາກ​ດີ

error: Content is protected !!