ຮ່ວມສົ່ງແຮງໃຈເຊຍນັກເຕະບານຍິງທີມຊາດ ລາວ ພົບ ມຽນມາ ໃນຊີເກມຄັ້ງທີ 31

ມື້ນີ້ (ວັນທີ 10 ພຶດສະພາ 2022) ເວລາ 16:00 ໂມງ ນັກກິລາເຕະບານເຕະຍິງທີມຊາດລາວ ຈະລົງສະໜາມແຂ່ງຂັນນັດທຳອິດຂອງກຸ່ມ ເບ ພົບກັບ ທີມຊາດມຽນມາ ໃນງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຢູ່ສະໜາມ Cam Pha Stadium. ໂດຍທ່ານ ວົງມີໄຊ ສຸບົວຄຳ ຫົວໜ້າຄູຝຶກ ທີມບານເຕະຍິງ ທີມຊາດລາວ ໃຫ້ສໍາພາດກ່ອນລົງແຂ່ງຂັນວ່າ: ຈຸດເດັ່ນຂອງ ນັກເຕະບານຍິງທີມຊາດລາວຊຸດນີ້ແມ່ນມີ ນັກເຕະເຍົາວະຊົນ ຢູ 15 ແລະ ຢູ 16 ຕາມຍຸດທະສາດຂອງສະຫະພັນບານເຕະແຫ່ງຊາດລາວ ນັບແຕ່ປີ 2016 ຊຶ່ງມາຮອດປັດຈຸບັນກໍເຫັນເຖິງການພັດທະນາຫລາຍດ້ານໆ ໂດຍສະເພາະແມ່ນ ຄວາມເປັນທີມເວີກທີ່ດີ ແລະ ມີຄວາມສາມັກຄີປຽບເໝືອນຄອບຄົວດຽວກັນ, ສ່ວນຄູ່ແຂ່ງກຸ່ມຂອງ ທີມຊາດລາວ ແມ່ນມີຄວາມແຂງແກ່ນຄືດັ່ງທີ່ເຮົາຮູ້ກໍຄື ທີມຊາດ ໄທ ແລະ ມຽນມາ.

ໃນການແຂ່ງຂັນຄັ້ງນີ້ ສາມາດ ຕິດຕາມການຖ່າຍທອດສົດຜ່ານທາງໂທລະພາບລາວຊ່ອງ 3 ເພື່ອ ພ້ອມກັນສົ່ງແຮງໃຈແຮງເຊຍ ເປັນກຳລັງໃຈໃຫ້ນັກກິລາລາວສາມາດຍາດໄດ້ໄຊຊະນະ ແລະ ກ້າວເຂົາຮອບຕໍ່ໆໄປ.

ສໍາລັບການແຂ່ງຂັນເຕະບານຍິງໃນງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ປະກອບມີ 7 ປະເທດເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມຄື:

-ກຸ່ມ ອາ : ຫວຽດນາມ, ຟີລິບປິນ ແລະ ກຳປູເຈຍ.

-ກຸ່ມ ເບ : ໄທ, ມຽນມາ, ລາວ ແລະ ສິງກະໂປ.

ສ່ວນຕາຕະລາງ ການແຂ່ງຂັນເຕະບານຍິງ ທີມຊາດລາວ ທຸກໆນັດແມ່ນຈະແຂ່ງຂັນທີ່ສະໜາມ Cam Pha ມີດັ່ງນີ້:

– ວັນທີ 10 ພຶດສະພາ 2022 ເວລາ 16:00 ໂມງ ມຽນມາ ພົບ ລາວ

– ວັນທີ 13 ພຶດສະພາ 2022 ເວລາ 16:00 ໂມງ ລາວ ພົບ ສິງກະໂປ

– ວັນທີ 15 ພຶດສະພາ 2022 ເວລາ 16:00 ໂມງ ລາວ ພົບ ໄທ

error: Content is protected !!