ພິທີຊ້ອມຮົບຮ່ວມລາວ-ຈີນ

ພິທີເປີດຊ້ອມຮົບຮ່ວມລາວ-ຈີນ ໃນຫົວຂໍ້ “ໂລ້ກໍາບັງມິດຕະພາບ-2024” ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 5-18 ກໍລະກົດ 2024 ຢູ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງຄຳ ພົມມະກອນ ກຳ ມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈໍາລາວ, ມີສະຫາຍ ພົນຕີ ເຈີ້ງ ກົວເຢ່ ຮອງຜູ້ບັນຊາການກອງປະຈຳ ຮົງກົງ ເຂດສູ້ຮົບໃຕ້ກອງທັບປົດປ່ອຍປະຊາຊົນຈີນ, ມີຄະນະນຳກະຊວງ, 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ອົງການປົກຄອງທ້ອງຖິ່ນ, ມີນາຍ ແລະ ພົນທະຫານ ສອງກອງ ທັບລາວ-ຈີນ ເຂົ້າຮ່ວມ.

ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຮອງຫົວໜ້າຄະນະຊີ້ນຳລວມການຊ້ອມຮົບຮວ່ມລາວ-ຈີນ ໄດ້ໃຫ້ຮູ້ວ່າ: ການເຄື່ອນໄຫວຊ້ອມຮົບ “ໂລ້ກໍາບັງມິດຕະພາບ-2024” ຄັ້ງນີ້, ແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງພັກ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ, ໃຫ້ນັບມື້ເພີ່ມທະວີຄວາມໜັກແໜ້ນ, ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ ໂດຍສະເພາະແມ່ນການຮ່ວມມືທາງດ້ານການທະຫານ, ສ້າງຄວາມເຊື່ອໝັ້ນທັງເປັນການເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງເຂດວຽກງານປ້ອງກັນຊາດ.

May be an image of 9 people and people studying

ສະນັ້ນ, ການຊ້ອມຮົບ “ໂລ້ກຳບັງມິດຕະພາບ-2024” ແມ່ນມີຄວາມຈໍາເປັນ ແລະ ສໍາຄັນຢ່າງຍິ່ງ, ເພາະເປັນການຍົກລະດັບການພັດທະນາກຳລັງເພີ່ມທະວີຄວາມເຂັ້ມແຂງຮອບດ້ານ ໃຫ້ແກ່ກອງທັບປະຊາຊົນລາວ ກ້າວຂຶ້ນຕາມທິດສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ. ໄປຄຽງຄູ່ກັບການຫັດແອບ ສອງກຳລັງຍັງຈະມີການເຄື່ອນໄຫວໃນຂົງເຂດວຽກງານການເມືອງ-ນໍາພາແນວຄິດ ເປັນຕົ້ນ ແມ່ນການແລກປ່ຽນວັດທະນະທຳ, ສິລະປະ-ວັນນະຄະດີ, ກິລາ ແລະ ການເຄື່ອນໄຫວກິດຈະກຳຕ່າງໆຕະຫຼອດຮອດການດໍາລົງ ຊີວິດປະຈຳວັນ, ແລກປ່ຽນຂໍ້ມູນຂ່າວສານ, ການສື່ສານ, ແລກປ່ຽນພາສາຄຳເວົ້າໃຫ້ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.

ຂ່າວ-ພາບ: ຄຳອ້າຍ ທອງວັນ, ວສລ

error: Content is protected !!