ສະພາແຫ່ງຊາດ ຮັບຮອງການຍົກຍ້າຍທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫຼວງພະບາງ!!

ໃນການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ມື້ນີ້ວັນທີ 2 ກໍລະກົດ 2024. ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງເອົາການຍົກຍ້າຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ຢູ່ ແຂວງ ຫຼວງພະບາງ ຕາມການສະເໜີຂອງນາຍົກລັດຖະມົນຕີ ເລກທີ 55/ນຍ ວັນທີ 28 ມິຖຸນາ 2024 ແລະ ແຕ່ງຕັ້ງ ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ເປັນຮັກສາການ.

error: Content is protected !!