ຈໍານວນນັກຮຽນເສັງຈົບຊັ້ນມັດທະຍົມທົ່ວປະເທດຫຼຸດລົງຕໍ່ເນື່ອງ3ປີຊ້ອນ

ຂ້ໍມູນຈາກກະຊວງສຶກສາທິການ ແລະ ກິລາ ນັກຮຽນມັດທະຍົມຕອນຕົ້ນ(ມ4)ຈໍານວນນັກຮຽນໄດ້ຫຼຸດລົງໃນແຕ່ລະປີ​ຄື​ສົກຮຽນ 2023​ -​2024​ ມີນັກຮຽນ 68,850 ຄົນສົກຮຽນ ປີ​ 2022 -​2023​ ມີນັກຮຽນ​ 76,322 ຄົນ ແລະ​ ໃນສົກຮຽນ 2021-2022​ ມີນັກຮຽນ​ 83,544 ຄົນ

ມັດທະຍົມຕອນປາຍ(ມ7)ຈໍານວນນັກຮຽນ​ໃນ​ປີ​ 2023​ -​2024​ ມີນັກຮຽນ​ 46,744 ຄົນ,​ປີ​ 2022-2023​ ມີນັກຮຽນ 50,256 ຄົນ ໃນປີ​ 2021​-​2022​ ມີນັກຮຽນ​ 55,828 ຄົນ

ແນວໃດກໍ່ຕາມກະຊວງສຶກສາທິການ ແລະ ກິລາຈະເລັ່ງແກ້ໄຂມີນະໂຍບາຍຊຸກຍູ້ໃຫ້

ໄວໜຸ່ມເຂົ້າໂຮງຮຽນເພື່ອເພີ່ມອັດຕາການເຂົ້າຮຽນ ແລະ ຫຼຸດຜ່ອນການປະລະການຮຽນ

ໃນສົກຮຽນ 2023-2024 ນີ້,ມີນັກຮຽນຊັ້ນ ມ​ 4 ແລະ ມ​ 7 ຈໍານວນ 115,500 ຄົນ ການສອບເສັງຈົບຊັ້ນ ມ​ 4 ຈະໄດ້ຈັດຂຶ້ນໃນວັນທີ 11-13 ມິຖຸນາ​ ມີສູນສອບເສັງ 579 ແຫ່ງ ທົ່ວປະເທດ

ການສອບເສັງຊັ້ນ ​ມ 7 ຈະ​ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 19-21 ມິ​ຖຸ​ນາ ມີສູນສອບເສັງ 292 ແຫ່ງ ທົ່ວປະເທດ ນັກຮຽນ ມ 4 ແລະ ມ 7 ຈະໄດ້ສອບເສັງວິຊາພາສາລາວວັນນະຄະດີ, ຄະນິດສາດ,ວິທະຍາສາດທຳມະຊາດ,ວິທະຍາສາດສັງຄົມ ແລະ ພາສາອັງກິດ

ສຳລັບຜົນການສອບເສັງຄາດວ່າຈະປະກາດໃນທ້າຍ ເດືອນກໍລະກົດ, ຜ່ານທາງເວັບໄຊຂອງກະຊວງສຶກສາທິການ ແລະ ກິລາ

ຂໍ້ມູນຈາກ: ຈັນທະວົງ ອຸ່ນວິໄລຫົງ

error: Content is protected !!