ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກຸ່ມ BRICS ແລະ ປະເທດກໍາລັງພັດທະນາ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ເຊີເກ ລາບຣົບ (Sergey Lavrov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນຖານະປະທານກຸ່ມ BRICS 2024, ໃນວັນທີ 11 ມິຖຸນາ 2024 ທີ່ ເມືອງ Nizhny Novgorod, ສະຫະພັນ ຣັດເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ (International Relations Meeting ‘BRICS Dialogue with Developing Countries’) ຊຶ່ງເປັນກອງປະຊຸມປິ່ນອ້ອມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ BRICS 2024 ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫຼາຍຝ່າຍ ເພື່ອຄວາມສະເໝີພາບດ້ານການພັດທະນາ ແລະ ຄວາມໝັ້ນຄົງຂອງໂລກ” (Strengthening Multilateralism for Equitable Global Development and Security).

ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ລະດັບລັດຖະມົນຕີ ກ່ຽວກັບ ບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ ໂດຍສະເພາະການເພິ່ມທະວີການຮ່ວມມື ເພື່ອການພັດທະນາແບບຍືນຍົງ ແລະ ຮັກສາຄວາມໝັ້ນຄົງຂອງໂລກ ລະຫວ່າງ ບັນດາປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ຈາກພາກພື້ນເຂດໂລກໃຕ້ ແລະ ຕາເວັນອອກ ຈາກ 22 ປະເທດ ຄື: ສ ຣັດເຊຍ, ອາຟຣິກາໃຕ້, ສະຫະນະຄອນ ອາຣັບ ເອມີຣັດ, ບຣາຊິນ, ສປ ຈີນ, ເອຢິບ, ເອທິໂອປີ, ອິນເດຍ, ອີຣານ, ຊາອຸດິດ ອາຣັບບີ, ອານເຊລີ, ບຣາເຣນ, ບັງກຣາເທດ, ເບລາຣຸດຊີ, ກູບາ, ກາຊັກສະຖານ, ສປປ ລາວ, ໂມຣິຕານີ, ນີເຊຣີ, ສີລັງກາ, ໄທ, ຕວັກກີ, ເວເນຊູເອລາ ແລະ ສສ ຫວຽດນາມ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ກ່າວມີຄຳເຫັນຮ່ວມກັບບັນດາປະເທດ ສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ທີ່ເຂົ້າຮ່ວມ ຊຶ່ງໄດ້ຍົກໃຫ້ເຫັນ ປັດຈຸບັນປະຊາຄົມໂລກ ກຳລັງປະເຊີນໜ້າກັບບັນດາສິ່ງທ້າທາຍ ທັງໃນດ້ານການເມືອງ ແລະ ເສດຖະກິດ ທີ່ບໍ່ສາມາດຄາດຄະເນໄດ້ ອັນໄດ້ສົ່ງຜົນກະທົບ ຢ່າງໃຫຍ່ຫຼວງຕໍ່ປະຊາຄົມໂລກ ຊຶ່ງ ສປປ ລາວ ເຫັນວ່າ ຄວາມສາມັກຄີ, ການສະໜັບສະໜູນຊຶ່ງກັນແລະກັນ ບົນຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວາມພະຍາຍາມຮ່ວມກັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫຼາຍຝ່າຍ ແມ່ນມີຄວາມສຳຄັນທີ່ຈຳເປັນ ແລະ ຂາດບໍ່ໄດ້ ສຳລັບ ປະເທດກຳລັງພັດທະນາ, ທັງນີ້ ກໍເພື່ອເປັນການສືບຕໍ່ຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ນຳເອົາຄວາມສົມບູນພູນສຸກມາສູ່ພາກພື້ນ ແລະ ທົ່ວໂລກ.

ພ້ອມດຽວກັນ, ສປປ ລາວ ເຫັນວ່າ ຂອບການຮ່ວມມືກຸ່ມ BRICS ເປັນກົນໄກການຮ່ວມມືໜຶ່ງທີ່ສຳຄັນຂອງໂລກໃນປັດຈຸບັນ ຊຶ່ງ BRICS ມີປະຊາກອນລວມກັນເກືອບ 50% ຂອງໂລກ ແລະ ມີຂະໜາດເສດຖະກິດກວມເອົາ 1/3 ຂອງ GDP ທົ່ວໂລກ, ອັນໄດ້ເຮັດໃຫ້ BRICS ມີຄວາມພົ້ນເດັ່ນໃນການເຄື່ອນໄຫວວຽກງານການຕ່າງປະເທດ. ດ້ວຍເຫດຜົນນີ້, ສປປ ລາວ ຈຶ່ງຄາດຫວັງໃຫ້ BRICS ເພິ່ມບົດບາດຂອງຕົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫຼາຍຝ່າຍ ໃນການສົ່ງເສີມການພັດທະນາ ແລະ ຄວາມໝັ້ນຄົງຂອງໂລກ ເພື່ອຕ້ານກັບລັດທິຝ່າຍດຽວ ແລະ ສອງມາດຕະຖານ. ນອກຈາກນີ້, ຍັງໄດ້ຍົກໃຫ້ເຫັນວ່າ ສະພາບເງື່ອນໄຂດ້ານພູມສາດການເມືອງໃນປັດຈຸບັນ ບໍ່ໄດ້ຕອບສະໜອງເງື່ອນໄຂທີ່ເໝາະສົມໃນການພັດທະນາ ຕາມທີ່ໄດ້ກຳນົດໃນບົດລາຍງານຂອງອົງການສະຫະປະຊາຊາດ ກໍຄືການຈັດຕັ້ງປະຕິບັດວາລະ 2030, ເຊິ່ງ ສປປ ລາວ ເຊື່ອໝັ້ນວ່າ BRICS ຈະສາມາດເປັນກົນໄກທີ່ເຂັ້ມແຂງ ເພື່ອຊຸກຍູ້ການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງໃນຕໍ່ໜ້າ.

ສຳລັບ ການເປັນປະທານອາຊຽນ 2024 ຂອງ ສປປ ລາວ ນັ້ນ, ສປປ ລາວ ໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ ກໍຄື ຄຳຂວັນຂອງອາຊຽນ 2024 ຊຶ່ງໄດ້ສືບຕໍ່ຮັກສາຫຼັກການ ການຮ່ວມມືຫຼາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງສະເໜີພາບ. ນັບແຕ່ການສ້າງຕັ້ງອາຊຽນ ປີ 1967 ແລະ ການລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ອາຊຽນ ໄດ້ຮັດແໜ້ນຄວາມສາມັກຄີ ແລະ ເປັນແກນກາງໃນການດຶງດູດການຮ່ວມມືທີ່ເປັນປະໂຫຍດຈາກບັນດາຄູ່ຮ່ວມມືພາຍນອກ, ເຊິ່ງປັດຈຸບັນ ອາຊຽນມີີຄູ່ຮ່ວມມືຫຼາຍກວ່າ 54 ປະເທດ ແລະ ກຸ່ມ ອັນໄດ້ກາຍເປັນສິ່ງທີ່ຢັ້ງຢືນການຮ່ວມມືຂອງອາຊຽນ ບົນຫຼັກການການຮ່ວມມືຫຼາຍຝ່າຍ ແລະ ສົ່ງເສີມການພັດທະນາຂອງໂລກ.

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ຄື: ທ່ານ ລັດຖະມົນຕີຕ່າງປະເທດ ສ ຣັດເຊຍ, ທ່ານລັດຖະມົນຕີຕ່າງປະເທດ ສປ ຈີນ, ທ່ານ ລັດຖະມົນຕີກະຊວງຕ່າງປະເທດ ກູບາ, ລັດຖະມົນຕີກະຊວງຕ່າງປະເທດ ບຣາຊິນ ແລະ ທ່ານ ລັດຖະມົນຕີຕ່າງປະເທດ ເບລາຣຸດຊີ ເພື່ອສືບຕໍ່ປຶກສາຫາລືໃນການຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ລວມທັງວຽກງານໃນຂອບອາຊຽນ. ນອກຈາກນີ້, ຍັງໄດ້ໃຫ້ສຳພາດຂ່າວແກ່ສື່ທ້ອງຖິ່ນຂອງ ສ ຣັດເຊຍ ກ່ຽວກັບ ວຽກງານການຕ່າງປະເທດ ແລະ ທັດນະສະຂອງ ສປປ ລາວ ຕໍ່ບັນຫາພາກພື້ນ ແລະ ສາກົນ ລວມທັງການຮ່ວມມືຂອງປະເທດສະຊິກກຸ່ມ BRICS.

ກອງປະຊຸມລັດຖະມົນຕີຕ່າງປະເທດ ກຸ່ມ BRICS ຈັດຂຶ້ນເປັນປະຈໍາທຸກປີ ໂດຍການໝູນວຽນເປັນປະທານຂອງປະເທດສະມາຊິກ ເພື່ອປຶກສາຫາລືບັນຫາສຳຄັນໃນພາກພື້ນ ແລະ ສາກົນ ລວມທັງບັນດາຂົງເຂດການຮ່ວມມືຕ່າງໆ. ກຸ່ມ BRICS ປະກອບດ້ວຍສະມາຊິກທີ່ມາຈາກປະເທດທີ່ພັດທະນາແລ້ວ ກໍຄືກຸ່ມປະເທດເສດຖະກິດໃໝ່ ທີ່ມີລະດັບເສດຖະກິດທີ່ເຂັ້ມແຂງ, ເຊິ່ງປັດຈຸບັນມີ ສະມາຊິກ 9 ປະເທດ ຄື: ບຣາຊິນ, ຣັດເຊຍ, ອິນເດຍ, ສປ ຈີນ, ອາຟຣິກາໃຕ້, ອີຣານ, ເອທິໂອເປຍ, ເອຢິບ ແລະ ສະຫະນະຄອນ ອາຣັບ ອາເມຣັດ. ສຳລັບປີນີ້, ກອງປະຊຸມສຸດຍອດ ກຸ່ມ BRICS 2024 ຄາດວ່າຈະຈັດຂຶ້ນໃນເດືອນຕຸລາ 2024 ທີ່ ເມືອງ Kazan, ສ ຣັດເຊຍ.

ຂ່າວ: ກະຊວງການຕ່າງປະເທດ

error: Content is protected !!