ເລີ່ມກໍ່ສ້າງເສັ້ນທາງລົດເມດ່ວນໃນນະຄອນຫຼວງວຽງຈັນ​

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງ​ ໄດ້ກໍ່ສ້າງເສັ້ນທາງລົດເມດ່ວນ ແລະ ສະຖານີ (Bus Rapid Transit/BRTເລີ່ມແຕ່ສວນເຈົ້າຟ້າງຸ່ມ​ ຫາ​ ຖະໜົນ ສຸພານຸວົງ,ຖະໜົນເສດຖາທິຣາດ

ຖະໜົນໜອງບອນ(ປະຕູໄຊ) ແລະ​ ແຕ່ປະຕູໄຊ ຫາ​ ມະຫາວິທະຍາໄລແຫ່ງຊາດ​ ລວມໄລຍະທາງ 9,3​ ກິໂລແມັດ​ ໃນມູນຄ່າ 9,8 ລ້ານໂດຣາ​ ມີ​ 19​ ສະຖານີ(ຈຸດນັ່ງລໍຖ້າ)​ ແລະ​ ສ້າງສິ່ງອໍານວຍຄວາມສະດວກຕ່າງໆ​ ໂດຍທືນກູ້ຢືມຈາກທະນາຄານພັດທະນາອາຊີ

(ADB) ມີການຂະຫຍາຍຂອບທາງ,​ຊົດເຊີຍຜົນກະທົບ​ ຈະໃຫ້ສໍາເລັດໃນຕົ້ນປີ2025

ຈຶ່ງຂໍຄວາມຮ່ວມມືນໍາຜູ້ໃຊ້ລົດໃຊ້ຖະໜົນ​ຈົ່ງຄ່ອຍ​ໄປ​ຄ່ອຍ​ມາ​ ອໍານວຍຄວາມສະດວກໃນການກໍ່ສ້າງເພື່ອໃຫ້ສໍາເລັດຕາມຄາດໝາຍ

error: Content is protected !!