ກັກໂຕຄົນລາວ 5 ຄົນ ລັກລອບຂົນສົ່ງເຮໂລອິນ 100 ກ້ອນ ໄປຫວຽດນາມ!

ໃນວັນທີ 23 ພຶດສະພາ ທີ່ຜ່ານມາ, ທີ່ເມືອງດາກົງ (Đakrông), ແຂວງກວາງຈິ (Quảng Trị), ຫວຽດນາມ, ເຈົ້າໜ້າທີ່ໄດ້ກັກໂຕຄົນລາວ ຈຳນວນ 5 ຄົນ (ຍິງ 3, ຊາຍ 2) ແລະ ລົດຈິບ 1 ຄັນ ໃນຂໍ້ຫາ ຂົນສົ່ງຢາເສບຕິດ ປະເພດເຮໂລອິນ.

ພວກກ່ຽວໄດ້ສາລະພາບວ່າ: ໄດ້ຂົນສົ່ງເຮໂລອິນຈາກລາວໂດຍຜ່ານດ່ານຊາຍແດນລະຫວ່າງປະເທດ La Lay (ເຊິ່ງຕັ້ງຢູ່ແຂວງກວາງຈິ, ຫວຽດນາມ ໃກ້ກັບກັບແຂວງສາລະວັນ ແລະ ແຂວງສະຫວັນນະເຂດ, ສປປ ລາວ).

ຕອນນີ້, ຍັງຢູ່ໃນລະຫວ່າງການສືບສວນສອບສວນຕໍ່ໄປ.

error: Content is protected !!