ຊີ້ແຈງ ນ້ຳຂອງ ຖ້ວມບ້ານໂສດ ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ

ແຫລ່ງຂ່າວຈາກ ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຈາກກໍລະນີ ສື່ສັງຄົມອອນລາຍ ໄດ້ແຊວີດີໂອຈາກເຟສບຸກ ຊື່ນາງ ເກດ ວົງຄຳຊາວ ບ້ານໂສດ ເມືອງໂຂງ ແຂວງຈຳປາສັກ ໂດຍໃສ່ຫົວຂໍ້ວ່າ: ນ້ຳຂອງຖ້ວມບ້ານໂສດ ເມືອງໂຂງ ແຂວງຈຳປາສັກ ລົງໃນເພຈຂອງຕົນ ໃນວັນທີ 27 ພຶດສະພາ 2024 ເວລາ 18 ໂມງ ຈຶ່ງເຮັດໃຫ້ສັງຄົມສັບສົນ ຫລື ເຂົ້າໃຈຜິດວ່າ: ບ້ານໂສດ ແມ່ນຖືກນ້ຳຂອງຖ້ວມແທ້.

ຕໍ່ກັບກໍລະນີດັ່ງກ່າວ, ທ່ານ ຄຳສິງ ບຸນຈະເລີນ ຮອງເຈົ້າເມືອງໆໂຂງ ໄດ້ລົງຕິດຕາມເບິ່ງພື້ນທີ່ຕົວຈິງ ໂດຍມີຄະນະພັກຮາກຖານກຸ່ມ ໂສດ, ນາຍບ້ານໂສດ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງຕິດຕາມເບິ່ງຕົວຈິງ ໃນວັນທີ 28 ພຶດສະພາ 2024 ນີ້ ໂດຍທ່ານ ບຸນເພັງ ໄຊຍະສຸກ ນາຍບ້ານໆໂສດ ໄດ້ລາຍງານໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 25 ພຶດສະພາ 2024 ໄດ້ເກີດມີສະພາບຝົນຕົກໜັກ ເປັນເຫດເຮັດໃຫ້ນ້ຳປ່າທີ່ໄຫລມາຈາກຕົ້ນນ້ຳ ກໍຄືຫ້ວຍໂສດ ໄຫລມາເປັນຈຳນວນຫລາຍແລ້ວລົ້ນຝັ່ງເຂົ້າໃສ່ພື້ນທີ່ບ້ານເຮືອນຂອງປະຊາຊົນກະທັນຫັນ ທີ່ຕັ້ງຢູ່ລຽບຕາມແຄມນ້ຳ ພ້ອມທັງໄຫລຂ້າມທາງໃນຈຸດທີ່ໄຫລຂ້າມນັ້ນ ມີຄວາມຍາວປະມານ 100 ແມັດ, ເຊິ່ງເວລາທີ່ນ້ຳໄຫລມາຖ້ວມເປັນເວລາ 5 ໂມງເຊົ້າຂອງວັນທີ 25 ພຶດສະພາ ແຕ່ສະພາບນ້ຳຖ້ວມແມ່ນພຽງແຕ່ 2-3 ຊົ່ວໂມງເທົ່ານັ້ນ ຫລັງຈາກນັ້ນນ້ຳກໍໄດ້ຫລຸດລົງ ເຮັດໃຫ້ການສັນຈອນໄດ້ເປັນປົກກະຕິ, ຈຸດພິເສດບ້ານໂສດ ກໍຄືບໍລິເວນນ້ຳຖ້ວມນີ້ແມ່ນເປັນພື້ນທີ່ຕ່ຳ, ປະຊາຊົນຕັ້ງເຮືອນລຽບຕາມແຄມຫ້ວຍ ເພື່ອອາໄສນ້ຳຈາກຫ້ວຍເຂົ້າໃນການດຳລົງຊີວິດ, ປູກ ຝັງ-ລ້ຽງສັດ ແລະ ເປັນປະຈຳ ຖ້າປີໃດຝົນຕົກຫລາຍມື້ຕິດຕໍ່ກັນ ກໍຈະມີສະພາບນ້ຳຖ້ວມກະທັນຫັນ, ເກີດມີສະພາບນ້ຳໄຫລຂ້າມທາງ.

ໂອກາດນີ້, ທ່ານ ຄຳສິງ ບຸນຈະເລີນ ຍັງໄດ້ຊີ້ນຳຕໍ່ພາກສ່ວນກ່ຽວຂ້ອງວ່າ: ຈາກສະພາບນ້ຳຖ້ວມເສັ້ນທາງ ເຮັດໃຫ້ມີບາງຈຸດນ້ຳກັດເຊາະທາງໄດ້ຮັບຄວາມເສຍຫາຍ ພ້ອມນີ້ຍັງມີຂີ້ເຫຍື້ອທີ່ໄຫລມາກັບກະແສນ້ຳເປັນຈຳນວນຫລາຍອັດຕັນທາງລະບາຍນ້ຳ ເຮັດໃຫ້ນຳໄຫລບໍ່ສະດວກ. ສະນັ້ນ, ຮຽກຮ້ອງໃຫ້ອົງການຈັດຕັ້ງທຸກພາກສ່ວນ ພາຍໃນກຸ່ມໂສດ ກໍຄືພໍ່ແມ່ປະຊາຊົນບ້ານໂສດ ຈົ່ງສາມັກຄີິກັນເຮັດອະນາໄມເກັບເສດໄມ້ ແລະ ຂີ້ເຫຍື້ອອອກຈາກປາກລະບາຍນ້ຳໂດຍໄວ ເພື່ອເຮັດໃຫ້ນ້ຳໄຫລສະດວກ.

error: Content is protected !!