ເດືອນເມສາ 2024, ທົ່ວປະເທດ ມີອຸບັດຕິເຫດທາງລົດ 710 ຄັ້ງ, ມີຜູ້ເສຍຊີວິດ 96 ຄົນ

ສະຖິຕິອຸບັດຕິເຫດ ທົ່ວປະເທດ ປະຈໍາເດືອນ ເມສາ 2024 ຂອງກົມໃຫຍ່ຕໍາຫຼວດ ກົມຕໍາຫຼວດຈາລະຈອນ ຊີ້ໃຫ້ຮູ້ວ່າ ໃນເດືອນດຽວ ມີອຸບັດຕິເຫດທາງລົດ ເກີດຂຶ້ນ ໃນທົ່ວປະເທດ ທັງໝົດ 710 ຄັ້ງ, ມີຜູ້ເສຍຊີວິດ ທົ່ວປະເທດ 96 ຄົນ ເພີ່ມຂຶ້ນ 11 ຄົນ ທຽບໃສ່ເດືອນມີນາ 2024

ສາເຫດ ຂອງການເກີດ ອຸບປະຕິເຫດ ຫຼາຍທີ່ສຸດ ແມ່ນໃຊ້ການດື່ມສິ່ງມຶນເມົາ 202 ກໍລະນີ, ຄວາມໄວເກີນ 98 ກໍລະນີ ແລະ ປ່ຽນທິດທາງເດີນ 64 ກໍລະນີ ຕາມລໍາດັບ.

ອຸບັດຕິເຫດຫຼາຍກ່ວາໝູ່ ແມ່ນຢູ່ໃນໄລຍະ 17:00-24:00 ເກີດຂຶ້ນເຖິງ 337 ກໍລະນີ !!! ວັນເກີດອຸບປະຕິເຫດ ຫຼາຍກ່ອນໝູ່ ແມ່ນ ວັນເສົາ, ວັນສຸກ ແລະ ວັນອາທິດ ຕາມລໍາດັບ.

ອາຊີບ ຂອງຜູ້ຂັບຂີ່ ທີ່ເກີດອຸບັດຕິເຫດ ຫຼາຍກ່ວາໝູ່ ແມ່ນ 1) ຊາວນາ, 2) ກໍາມະກອນ 3) ນັກສຶກສາ ຕາມລໍາດັບ.

ກຸ່ມອາຍຸ ທີ່ມັກເກີດອຸບັດຕິເຫດແມ່ນ 16-30 ປີ ມີເຖິງ 921 ກໍລະນີ !!! ແຂວງທີ່ເກີດ ອຸບັດຕິເຫດ ເສຍຊີວິດ ຫຼາຍກ່ວາໝູ່ ແມ່ນ ຈໍາປາສັກ, ແລະ ນະຄອນຫຼວງວຽງຈັນ ຕາມລໍາດັບ.

ຄົນຕ່າງປະເທດ ທີ່ເກີດອຸບັດຕິເຫດຫຼາຍທີ່ສຸດແມ່ນ ຈີນ, ຫວຽດນາມ ແລະ ໄທ, ຕາມລໍາດັບ.

error: Content is protected !!