ການບິນລາວຈະເລີ່ມຖ້ຽວບິນໂດຍກົງ ລະຫວ່າງ ເມືອງປາກເຊ ຫາ ເມືອງກວາງໂຈ, ສປ ຈີນ

ລັດວິສາຫະກິດ ການບິນລາວຈະເລີ່ມຖ້ຽວບິນໂດຍກົງ ລະຫວ່າງ ເມືອງປາກເຊ ຫາ ເມືອງກວາງໂຈ ແຂວງກວາງຕົງ ທາງໃຕ້ຂອງ ສປ ຈີນ ໃນວັນອາທິດທີ່ຈະມາເຖີງນີ້ ເພື່ອຕອບສະໜອງການເດີນທາງ ໃນໂອກາດປີທ່ອງທ່ຽວລາວ 2024.

ເສັ້ນທາງດັ່ງກ່າວ ຈະໃຫ້ບໍລິການໂດຍ Airbus A320, ມີ 1 ຖ້ຽວບິນຕໍ່ອາທິດ ອອກເດີນທາງຈາກປາກເຊໃນວັນອາທິດ ເວລາ 23:15 ໂມງ ແລະ ຮອດກວາງໂຈ ໃນເວລາ 02:05 ໂມງເຊົ້າຂອງວັນຈັນ. ຖ້ຽວບິນຂາກັບອອກຈາກກວາງໂຈ່ເວລາ 03:05 ໂມງເຊົ້າຂອງ ວັນຈັນ, ມາຮອດເມືອງປາກເຊ ເວລາ 04:05 ໂມງເຊົ້າ.

ອີງຕາມການລາຍງານຂອງ ການບິນລາວ. ປີ້ໄປກັບໃນຖ້ຽວບິນ ຖ້ຽວທໍາອິດນີ້ ຈະສາມາດຊື້ໄດ້ໃນລາຄາພິເສດ 2.888.000 ກີນ ເຊິ່ງລາຄາປົກກະຕິແມ່ນ 3 ລ້ານກີບ.

error: Content is protected !!