ລາວ ເປີດປະເທດ ເພື່ອຟື້ນຟູເສດຖະກິດ ສ້າງເງື່ອນໄຂສະດວກແກ່ ນັກທ່ອງທ່ຽວ ແລະ ນັກລົງທຶນ

ລັດຖະບານ ໄດ້ກຳນົດມາດຕະການ ເຂົ້າ-ອອກ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດ ໂຄວິດ-19 ໂດຍໄດ້ອອກແຈ້ງການສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022 ເຊິ່ງມີຜົນສັກສິດ ນັບແຕ່ວັນທີ 9 ພຶດສະພາ 2022 ເປັນ ຕົ້ນໄປ; ມາດຕະການໃໝ່ ໃນການເຂົ້າ-ອອກປະເທດນີ້ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການເຂົ້າມາຂອງນັກທ່ອງທ່ຽວ ຕະຫລອດຮອດນັກລົງທຶນຕ່າງປະເທດ. ສະນັ້ນ ພວກເຮົາຕ້ອງໄດ້ພ້ອມພຽງກັນ ກະກຽມປັບປຸງໂຄງລ່າງການທ່ອງທ່ຽວ ແລະ ການບໍລິການດ້ານຕ່າງໆ ຄືດັ່ງທີ່ໄດ້ກຳນົດໄວ້ໃນແຈ້ງການ. ຖືວຽກງານການທ່ອງທ່ຽວ ແລະ ການບໍລິການ ເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ.

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ ທັງເປັນຫົວໜ້າກອງເລຂາ ໄດ້ຖະແຫລງຂ່າວ ກ່ຽວກັບມາດຕະການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ເມື່ອບໍ່ດົນນີ້ວ່າ: ການນຳໃຊ້ມາດຕະການໃໝ່ນີ້ ແນໃສ່ເພື່ອເຮັດໃຫ້ເສດຖະກິດ ໄດ້ຮັບການຟື້ນຟູດີຂຶ້ນເປັນກ້າວໆ ເຊິ່ງພວກເຮົາຈະຕ້ອງໄດ້ປັບຕົວ ໃຫ້ເຂົ້າກັບການດຳລົງຊີວິດປົກກະຕິແບບໃໝ່, ຮຽນຮູ້ຢູ່ກັບພະຍາດ ໂຄວິດ-19 ແລະ ຫັນວິກິດໃຫ້ເປັນໂອກາດ. ເພື່ອຮັບປະກັນຜົນສຳເລັດຂອງການຟື້ນຟູເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ພ້ອມກັນນັ້ນ ກໍຮັບປະກັນຄວາມປອດໄພດ້ານສຸຂະພາບ ຈຶ່ງຂໍຮຽກຮ້ອງມາຍັງ ທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງທາງສັງຄົມ ຈົ່ງສືບຕໍ່ເປັນກຳລັງແຮງ ແລະ ສາມັກຄີເປັນຈິດໜຶ່ງໃຈດຽວກັນ ປະຕິບັດບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງເຂັ້ມງວດ, ເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງ.

ສິ່ງສຳຄັນ, ໃນສະພາບເງື່ອນໄຂໃໝ່ ແລະ ມາດຕະການໃໝ່ ທີ່ມີລັກສະນະເປີດກວ້າງ, ອຳນວຍຄວາມສະດວກ ໃຫ້ແກ່ການດຳລົງຊີວິດໃນສັງຄົມ ຈະເຮັດໃຫ້ການເດີນທາງໄປມາ, ການພົວພັນເຊິ່ງກັນ ແລະ ກັນ ຫລາຍຂຶ້ນ, ຈຶ່ງຂໍໃຫ້ທຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ມີສະຕິຄວາມຮັບຜິດຊອບສູງຕໍ່ຕົນເອງ, ຄອບຄົວ ແລະ ຊຸມຊົນທີ່ຕົນເອງດຳລົງຊີວິດຢູ່ ໃນການປ້ອງກັນພະຍາດ ໂຄວິດ-19, ສ້າງພູມຄຸ້ມກັນໝູ່, ຖ້າຫາກຜູ້ໃດທີ່ຍັງບໍ່ທັນໄດ້ສັກວັກຊີນ ຂໍໃຫ້ໄປຮັບວັກຊີນຕາມສະຖານບໍລິການ ທີ່ຄະນະສະເພາະກິດໄດ້ກຳນົດໄວ້. ເມື່ອໄດ້ຮັບວັກຊີນແລ້ວ ໂອກາດຕິດເຊື້ອກໍໜ້ອຍລົງ ຫລື ຖ້າຕິດເຊື້ອ ກໍຊ່ວຍໃຫ້ອາ ການເຈັບປ່ວຍບໍ່ຮຸນແຮງ ແລະ ບໍ່ເສຍຊີວິດ. ພ້ອມທັງ ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ທີ່ເປັນພື້ນຖານ ເປັນຕົ້ນ: ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ຮັກສາໄລຍະຫ່າງ. ສິ່ງສຳຄັນ ໃຫ້ບັນດາຜູ້ປະກອບການ ພ້ອມພຽງກັນ ກະກຽມ ປັບປຸງໂຄງລ່າງການທ່ອງທ່ຽວ ແລະ ການບໍລິການດ້ານຕ່າງໆ ໂດຍຖືວຽກງານການທ່ອງທ່ຽວ ແລະ ການບໍລິການ ເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ.

ຂໍ້ມູນຂ່າວ-ພາບ ສົມຫວັງ

error: Content is protected !!